• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກົມການເມືອງຈັດການປະຊຸມປະກອບຄຳເຫັນໃສ່ບັນດາແຜນຮ່າງຍື່ນສະເໜີຕໍ່ກອງປະຊຸມສູນກາງຄັ້ງທີ 7 ຊຸດທີ 12

“ສຸມໃສ່ສ້າງຖັນແຖວພະນັກງານທຸກຂັ້ນ, ພິເສດແມ່ນຂັ້ນຍຸດທະສາດທີ່ມີຄວາມສາມາດ, ຄຸນນະທາດ ແລະ ອິດທິພົນຊື່ສຽງເທົ່າທຽມກັບໜ້າທີ່”...

ກອງປະຊຸມຂອງກົມການເມືອງ 

ໃນລະຫວ່າງວັນທີ 11 – 12 ເມສາ, ທີ່ສຳນັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ກົມການເມືອງ ໄດ້ຈັດການປະຊຸມເພື່ອປະກອບຄຳເຫັນໃສ່ແຜນຮ່າງກະກຽມເພື່ອຍື່ນສະເໜີຕໍ່ກອງປະຊຸມສູນກາງຄັ້ງທີ 7 ຊຸດທີ 12 ລວມມີ: “ສຸມໃສ່ສ້າງຖັນແຖວພະນັກງານທຸກຂັ້ນ, ພິເສດແມ່ນຂັ້ນຍຸດທະສາດທີ່ມີຄວາມສາມາດ, ຄຸນນະທາດ ແລະ ອິດທິພົນຊື່ສຽງເທົ່າທຽມກັບໜ້າທີ່”; “ປະຕິຮູບນະໂຍບາຍປະກັນສັງຄົມ” ແລະ “ປະຕິຮູບນະໂຍບາຍເງິນເດືອນ ສຳລັບພະນັກງານ, ລັດຖະກອນ, ກຳລັງປະກອບອາວຸດ ແລະ ຊາວຜູ້ອອກແຮງງານໃນວິສາຫະກິດ”.

        ກ່າວຄຳເຫັນສະຫລຸບກອງປະຊຸມໃນວັນທີ 12 ເມສາ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີບັນດາຄະນະຊີ້ນຳແຜນຮ່າງຮັບເອົາຄຳເຫັນຂອງກົມການເມືອງ, ຄະນະເລຂາ, ປັບປຸງບັນດາແຜນຮ່າງຮັບປະກັນຄຸນນະພາບ ແລະ ຄວາມຄືບໜ້າເພື່ອຍື່ນສະເໜີຕໍ່ກອງປະຊຸມສູນກາງຈະມາເຖິງ.

(ແຫຼ່ງຄັດຈາກ VOV)


ນັກປະພັນວັນນະຄະດີ ຫວຽດນາມ 2 ທ່ານໄດ້ຮັບລາງວັນ ວັນນະຄະດີ ອາຊີຕາເວັນອອກສ່ຽງໃຕ້ 2024 – 2025

ນັກປະພັນວັນນະຄະດີ ຫວຽດນາມ 2 ທ່ານໄດ້ຮັບລາງວັນ ວັນນະຄະດີ ອາຊີຕາເວັນອອກສ່ຽງໃຕ້ 2024 – 2025

ນັກປະພັນວັນນະຄະດີ ຫງວຽນທາມທຽນເກ໊ ໄດ້ຮັບລາງວັນ ວັນນະຄະດີອາຊີຕາເວັນອອກສ່ຽງໃຕ້ ດ້ວຍເລື່ອງເສັ້ນ “ລະດູແລ້ງຢູ່ໃຕ້ຮົ່ມຕົ້ມໄມ້”, ນັກປະພັນວັນນະຄະດີ ນາງ ຟ້າມທິຊວັນບານ ເປັນກຽດຮັບລາງວັນດ້ວຍເລື່ອງສັ້ນ “ຢູ່ປາຍຟ້າ”.

Top