• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ມິດ​ຕະ​ພາບ ຝ​ລັ່ງ - ຫວຽດ​ນາມ: ຂົວ​ເຊື່ອມ​ຕໍ່​ມິດ​ຕະ​ພາບ​ໃຫ້​ແກ່​ການ​ພົວ​ພັນ ຫວຽດ​ນາມ - ຝ​ລັ່ງ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ຕີລາຄາສູງບົດບາດ, ການປະກອບສ່ວນຂອງກຸ່ມສະມາຊິກລັດຖະສະພາມິດຕະພາບ ຝລັ່ງ ຫວຽດນາມ ໃນການເພີ່ມທະວີການຮ່ວມມືລະຫວ່າງສອງອົງການລັດຖະສະພາ, ແມ່ນຂົວເຊື່ມອຕໍ່ມິດຕະພາບໃຫ້ແກ່ການພົວພັນ ຫວຽດນາມ - ຝລັ່ງ ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃຫ້ຫຼາຍກ່ວາອີກ ໃນທຸກຂົງເຂດ.
ການໂອ້ລົມສົນທະນາລະຫວ່າງສອງຝ່າຍ (ພາບ: quochoi.vn )

ວັນທີ 7 ກັນຍາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໃຫ້ການຕ້ອນຮັບກຸ່ມສະມາຊິກລັດຖະສະພາ ມິດຕະພາບ ຝລັ່ງ - ຫວຽດນາມ ຂອງສະພາສູງ ຝລັ່ງ, ໂດຍທ່ານນາງ Catherine Deroche ປະທານກຸ່ມ ເປັນຫົວໜ້າຄະນະ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ  ໄດ້ຕີລາຄາສູງບົດບາດ, ການປະກອບສ່ວນຂອງກຸ່ມສະມາຊິກລັດຖະສະພາມິດຕະພາບ ຝລັ່ງ ຫວຽດນາມ ໃນການເພີ່ມທະວີການຮ່ວມມືລະຫວ່າງສອງອົງການລັດຖະສະພາ, ແມ່ນຂົວເຊື່ມອຕໍ່ມິດຕະພາບໃຫ້ແກ່ການພົວພັນ ຫວຽດນາມ - ຝລັ່ງ, ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃຫ້ຫຼາຍກ່ວາອີກ ໃນທຸກຂົງເຂດ. ທ່ານປະທານສະພາແຫ່ງຊາດ ປາດຖະໜາກຢາກຮັບຮອງເອົາກຸ່ມສະມາຊິກລັດຖະສະພາ ເພື່ອເພີ່ມທະວີບົດບາດການເຄື່ອນໄຫວຂອງ ສະພາແຫ່ງຊາດ ໃນ ສະຫະພັນລັດຖະສະພາຝຣັ່ງໂກໂຟນີ, ສະເໜີໃຫ້ສອງກຸ່ມສະມາຊິກລັດຖະສະພາ ສືບຕໍ່ມີການພົວພັນຢ່າງແໜ້ນແຟ້ນ ແລະ ມີຫຼາຍການເຄື່ອນໄຫວເພື່ອເພີ່ມທະວີການພົວພັນລະຫວ່າງອົງການໂດຍປະຊາຊົນເລືອກຕັ້ງ ຢູ່ເຂດຕ່າງໆຂອງຝລັ່ງກັບບັນດາທ້ອງຖິ່ນ ຂອງຫວຽດນາມ.

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ ມີ​ແຜນ​ການ​ຢຸດ​ຕິ​ການ​ອອກວິ​ຊາ ໃຫ້​ແກ່ 75 ປະ​ເທດ

ອາ​ເມ​ລິ​ກາ ມີ​ແຜນ​ການ​ຢຸດ​ຕິ​ການ​ອອກວິ​ຊາ ໃຫ້​ແກ່ 75 ປະ​ເທດ

ຕາມບົດລາຍງານແລ້ວ, ໃນຈຳນວນບັນດາປະເທດຖືກຜົນສະທ້ອນລວມມີ ໂຊມາລີ, ລັດເຊຍ, ອີຣານ, ອາບການິດສະຖານ, ບຣາຊິນ, ນີເຊລີ ແລະ ໄທ.

Top