ຂ່າວສານ
ກຸ່ມບໍລິສັດອຸດສາຫະກຳ - ພະລັງງານແຫ່ງຊາດ ຫວຽດນາມ ຕ້ອງນຳໜ້າໃນການເຕີບໂຕບັນລຸລະດັບສອງຕົວເລກ
ຕອນບ່າຍວັນທີ 26 ທັນວາ,ຢູ່ຮ່າໂນ້ຍ, ກຸ່ມບໍລິສັດ ອຸດສາຫະກຳ - ພະລັງງານແຫ່ງຊາດ ຫວຽດນາມ (Petrovietnam) ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວຜະລິດດຳເນີນທຸລະກິດປີ 2025, ຜັນຂະຫຍາຍໜ໊າທີ່ແຜນການປີ 2026. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກຸ່ມບໍລິສັດເສີມຂະຫຍາຍຈິດໃຈ ຂອງບັນດານັກຮົບຂະແໜງນ້ຳມັນອາຍແກັດ, ຕ້ອງເປັນເສົາຄ້ຳ, ນຳໜ້າໃນການເຕີບໂຕເພື່ອປະກອບສ່ວນເຂົ້າເປົ້າໝາຍນຳການເຕີບໂຕບັນລຸລະດັບ ສອງຕົວເລກຂອງປະເທດ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງກຸ່ມບໍລິສັດຕ້ອງສຸມໃສ່ຜັນຂະຫຍາຍ 6 ນຳໜ້າຄື: ນຳໜ້າໃນການປະຕິບັດສຳເລັດລະບອບລະບຽບການ ແລະ ສ້າງກົນໄກນະໂຍບາຍ, ນຳໜ້າໃນການໝູນໃຊ້ວິທະຍາສາດເຕັກໂນໂລຢີ, ຫັນເປັນດີຈີຕອນ, ຫັນເປັນສີຂຽວ, ພະລັງງານທົດແທນ hydrogen, ນຳໜ້າໃນການຜັນຂະຫຍາຍບັນດາມາດຕະການປ່ຽນແປງໃໝ່ຮູບແບບການບໍລິຫານທີ່ທັນສະໄໝ, ອັດສະລິຍະ, ສ້າງໂຄງປະກອບຄືນໃໝ່ຢ່າງຄົບຊຸດ, ເຮັດໃຫ້ການຜະລິດດຳເນີນທຸລະກິດມີປະສິດທິຜົນທີ່ສຸດ…







