• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຸ່ມບໍລິສັດ Vingroup ຮັບຖ່າຍທອດຜູກຂາດເຕັກໂນໂລຊີຜະລິດວັກຊິນ mRNA ກັນໂຄວິດ-19 ຢູ່ຫວຽດນາມ

      ກຸ່ມບໍລິສັດ Vingroup ໄດ້ລົງນາມກັບບໍລິສັດຫຸ້ນສ່ວນເຕັກໂນໂລຊີ ຊີວະສາດ Arcturus Therapeutics, ອາເມລິກາ ຮັບຖ່າຍທອດຜູກຂາດເຕັກໂນໂລຊີຜະລິດວັກຊິນກັນໂຄວິດ-19.
Arcturus ຈະສະໜອງໃບອະນຸຍາດຜູກຂາດ ແລະ ບໍລິສັດຫຸ້ນສ່ວນເຕັກໂນໂລຊີ ຊີວະສາດ VinBioCare ຈະດຳເນີນການຜະລິດວັກຊິນກັນໂຄວິດ-19
(ພາບ: Vingroup)
      ໂດຍໄດ້ຮັບການໜູນຊ່ວຍຈາກກະຊວງສາທາລະນະສຸກ ແລະ ລັດຖະບານຫວຽດນາມ, ກຸ່ມບໍລິສັດ Vingroup ໄດ້ລົງນາມກັບບໍລິສັດຫຸ້ນສ່ວນເຕັກໂນໂລຊີ ຊີວະສາດ Arcturus Therapeutics, ອາເມລິກາ ຮັບຖ່າຍທອດຜູກຂາດເຕັກໂນໂລຊີຜະລິດວັກຊິນກັນໂຄວິດ-19. ດ້ວຍກຳລັງຄວາມສາມາດຜະລິດຂຶ້ນເຖິງ 200 ລ້ານໂດສ/ປີ, ຄາດວ່າ ໃນຕົ້ນປີ 2022 Vingroup ຈະຜະລິດງວດວັກຊິນທຳອິດສຳເລັດ. ຕາມຂໍ້ຕົກລົງ Arcturus ຈະສະໜອງໃບອະນຸຍາດຜູກຂາດ ແລະ ບໍລິສັດຫຸ້ນສ່ວນເຕັກໂນໂລຊີ ຊີວະສາດ VinBioCare (ບໍລິສັດສະມາຊິກຂອງ Vingroup) ຈະດຳເນີນການຜະລິດວັກຊິນກັນໂຄວິດ-19 ມີຊື່ວ່າ VBC-COV19-154. ວັກຊິນດັ່ງກ່າວສາມາດຕ້ານຄືນບັນດາໄວຣັດສາຍພັນໃໝ່ທີ່ອັນຕະລາຍຄື: Delta (ອິນເດຍ), Alpha (ອັງກິດ), Beta (ອາຟະລິກາໃຕ້), Gamma (ບຣາຊິນ)… ພ້ອມກັນນັ້ນ Arcturus ຈະດຳເນີນການຖ່າຍທອດໃຫ້ VinBioCare ຂັ້ນຕອນການຜະລິດນັບແຕ່ເດືອນ ສິງຫາ 2021.
        ແລະ ກໍ່ໃນວັນດຽວກັນ, ກຸ່ມບໍລິສັດ Vingroup ກໍ່ໃຫ້ຮູ້ວ່າ, ໄດ້ເຈລະຈາໃບສັ່ງຊື້ຢາປິ່ນປົວໂຄວິດ-19 ຈຳນວນ 500.000 ແກ້ວ ສຳເລັດ ໂດຍອົງການຄຸ້ມຄອງທັນຍາຫານ ແລະ ການຢາ ອາເມລິກາ ອະນຸຍາດ. ຈຳນວນຢາດັ່ງກ່າວຈະໄດ້ມອບໃຫ້ກະຊວງສາທາລະນະສຸກໃນເດືອນ ສິງຫາປີ 2021, ເພື່ອແນໃສ່ຍູ້ໄວການຟື້ນຟູໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ-19.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top