
(ພາບປະກອບ: hanoimoi.com.vn)
ໄລ່ຮອດວັນທີ 15 ມີນາ, ບັນດາຫົວໜ່ວຍສະມາຊິກກຸ່ມບໍລິສັດເຄື່ອງຕ່ຳແຜ່ນຕັດຫຍິບຫວຽດນາມ (Vinatex) ໄດ້ສະໜອງຜ້າອັດປາກເຮັດດ້ວຍແພກັນເຊື້ອພະຍາດປະມານ 10 ລ້ານອັນໃຫ້ຕະຫຼາດ. ນອກຈາກບໍລິສັດຕ່ຳແຜ່ນຕັດຫຍິບ ດົງຊວນ ແລ້ວ, ບັນດາຫົວໜ່ວຍສະມາຊິກໃນກຸ່ມບໍລິສັດກໍ່ໄດ້ຜະລິດບັນດາຜະລິດຕະພັນຜ້າອັດປາກກັນເຊື້ອພະຍາດ ແລະ ໄດ້ຂາຍຜ່ານລະບົບຂາຍຍ່ອຍທົ່ວປະເທດ.
(ແຫຼ່ງຄັດຈາກ VOV)