• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຸ່ມທະນາຄານໂລກ ເພີ່ມມູນຄ່າບ້ວງເງິນໜູນຊ່ວຍ ເພື່ອຮັບມືກັບໂລກລະບາດ Covid –19 ຂຶ້ນເປັນ 14 ຕື້ USD

      ກຸ່ມທະນາຄານໂລກ (WBG) ປະກາດວ່າ ໄດ້ຍົກມູນຄ່າບ້ວງເງິນໜູນຊ່ວຍດ້ານການເງິນໂດຍດ່ວນ ແຕ່ 12 ຕື້ USD ຂຶ້ນເປັນ 14 ຕື້ USD.   

(ພາບປະກອບ: THX/TTXVN)
      ວັນທີ 17 ມີນາ, ກຸ່ມທະນາຄານໂລກ (WBG) ປະກາດວ່າ ໄດ້ຍົກມູນຄ່າບ້ວງເງິນໜູນຊ່ວຍດ້ານການເງິນໂດຍດ່ວນ ແຕ່ 12 ຕື້ USD ຂຶ້ນເປັນ 14 ຕື້ USD ເພື່ອແນໃສ່ຊ່ວຍບັນດາປະເທດ ແລະ ວິສາຫະກິດ “ປົວແປງກຳລັງຄວາມສາມາດແຫ່ງຊາດ ເພື່ອປ້ອງກັນ ແລະ ຮັບມືກັບໂລກລະບາດ”. ບ້ວງເງິນໜູນຊ່ວຍລວມມີ ນະໂຍບາຍສະກັດກັ້ນໂລກລະບາດ,ກວດພົບພະຍາດ ແລະ ປິ່ນປົວ, ພ້ອມທັງສະໜອງການໜູນຊ່ວຍໂດຍດ່ວນໃຫ້ແກ່ບັນດາວິສາຫະກິດ ແລະ ແຮງງານ ເພື່ອຫຼຸດຜ່ອນຜົນສະທ້ອນຈາກໂລກລະບາດ Covid – 19 ຕໍ່ຂົງເຂດການເງິນ ແລະ ເສດຖະກິດ.
        ກ່ອນໜ້ານັ້ນ, ຕົ້ນເດືອນມີນາ, WBG ໄດ້ແຈ້ງໃຫ້ຊາບວ່າ ພ້ອມແລ້ວທີ່ຈະສະໜອງບັນດາບ້ວງເງິນໜູນຊ່ວຍໃນເບື້ອງຕົ້ນ ທີ່ມີມູນຄ່າ 12 ຕື້ USD ເພື່ອແນໃສ່ໜູນຊ່ວຍບັນດາປະເທດທີ່ພວມຖືກຜົນສະທ້ອນຈາກໂລກລະບາດ Covid – 19.
 (ແຫຼ່ງຄັດຈາກ VOV)
 
 
 

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top