• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກິລາບານສົ່ງຍິງຫວຽດນາມ ຄວ້າແຊມອາຊີຄັ້ງທຳອິດ

ຕອນຄ່ຳວັນທີ 2 ພຶດສະພາ ທີ່ສະໜາມກິລາ ແຂວງວິ້ງຟຸກ, ທີມກິລາບານສົ່ງຍິງ Sport Center I ຂອງຫວຽດນາມ ໄດ້ລົງແຂ່ງຂັນນັດຊະນະເລີດ ກັບ ສະໂມສອນ Diamond Food Fine Chef - Air Force ຂອງໄທເພື່ອຊິງແຊມບັນດາສະໂມສອນບານສົ່ງຍິງ ອາຊີ 2023.
ທິມກິລາບານສົ່ງຍິງ ຫວຽດນາມ ໄດ້ຮັບລາງວັນຊະນະເລີດ ບັນດາສະໂມສອນ ອາຊີ

 

ໃນການແຂ່ງຂັນຄັ້ງນີ້, ທິມເຈົ້າພາບ ຫວຽດນາມ ເສຍ 2 ນັດທຳອິດ. ແນວໃດກໍ່ຕາມ, ບັນດານັກກິລາຫວຽດນາມໄດ້ ປະສົບຄວາມ ສຳເລັດ ໂດຍເອົາໄຊຊະນະ 3 ນັດສຸດທ້າຍ. ຜົນມີຢູ່ວ່າ ທິມຫວຽດນາມເອົາຊະນະ 3 – 2 ໃນການແຂ່ງຂັນຊີງຊະນະເລີດ, ທິມກິລາບານສົ່ງຍິງ ຫວຽດນາມ ໄດ້ຮັບລາງວັນຊະນະເລີດ ບັນດາສະໂມສອນ ບານສົ່ງຍິງ ອາຊີ. ນີ້ກໍ່ແມ່ນຄັ້ງທຳອິດທີ່ ຫວຽດນາມ ຍາດໄດ້ລາງວັນຊະນະເລີດສຳລັບກິລາບານສົ່ງລະດັບພາກພື້ນ.

 

(ແຫຼ່ງຄັດຈາກ VOV)

ອາ​ຊຽນ ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ສະ​ກັດ​ກັ້ນ​ວິ​ກິດ​ການ​ດ້ານ​ສະ​ບຽງ​ອາ​ຫານ

ອາ​ຊຽນ ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ສະ​ກັດ​ກັ້ນ​ວິ​ກິດ​ການ​ດ້ານ​ສະ​ບຽງ​ອາ​ຫານ

ທ່ານ Arief Prasetyo Adi ຜູ້ນຳອົງການສະບຽງອາຫານແຫ່ງຊາດ ອິນໂດເນເຊຍ (NFA) ໃຫ້ຮູ້ວ່າ ອິນໂດເນເຊຍ ແລະ ບັນດາປະເທດ ອາຊຽນ ຕ້ອງມີການກະທຳຢ່າງລະອຽດເພື່ອແກ້ໄຂຄວາມສ່ຽງດ້ານວິກິດການດ້ານສະບຽງອາຫານທົ່ວໂລກ

Top