• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳ​ລັງ​ບົ່ມ​ຊ້ອນ​ໃນ​ການ​ພັດ​ທະ​ນາ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - EU (EVFTA) ແມ່ນ​ໃຫຍ່ຫຼວງ​ທີ່​ສຸດ

ເວທີປາໄສໂດຍກະຊວງອຸດສາຫະກຳ ການຄ້າ ສົມທົບກັບສະຖານທູດ ບັນດາປະເທດສະມາຊິກ ສະຫະພາບ ເອີລົບ (EU), ສະມາຄົມວິສາຫະກິດ EU ປະຈຳ ຫວຽດນາມ (EuroCham) ຈັດຂຶ້ນ ໃນວັນທີ 17 ຕຸລາ ຢູ່ນະຄອນ ໂຮ່ຈີມິນ.
ບັນດາຜູ້ແທນ, ຜູ້ຕາງໜ້າອົງການຕ່າງປະເທດ ເຂົ້າຮ່ວມເວທີປາໄສ

ກຳລັງບົ່ມຊ້ອນໃນການພັດທະນາສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ແມ່ນໃຫຍ່ຫຼວງທີ່ສຸດ ຕ້ອງມີການຮ່ວມເດີນທາງຂອງບັນດາອົງການຄຸ້ມຄອງ ແລະ ປະຊາຄົມວິສາຫະກິດ ສອງຝ່າຍ. ນີ້ແມ່ນເນື້ອໃນໂດຍບັນດາຜູ້ແທນແບ່ງປັນທີ່ເວທີປາໄສຮ່ວມມືເສດຖະກິດການຄ້າ ຫວຽດນາມ - EU 2025. ເວທີປາໄສໂດຍກະຊວງອຸດສາຫະກຳ ການຄ້າ ສົມທົບກັບສະຖານທູດ ບັນດາປະເທດສະມາຊິກ ສະຫະພາບ ເອີລົບ (EU), ສະມາຄົມວິສາຫະກິດ EU ປະຈຳ ຫວຽດນາມ (EuroCham) ຈັດຂຶ້ນ ໃນວັນທີ 17 ຕຸລາ ຢູ່ນະຄອນ ໂຮ່ຈີມິນ. ຕາມຂໍ້ມູນຂອງກົມພາສີ ຫວຽດນາມແລ້ວ, ພາຍຫຼັງ 5 ປີແຫ່ງການປະຕິບັດສັນຍາ EVFTA, ວົງເງິນການຄ້າສອງສົ້ນລະຫວ່າງ ຫວຽດນາມ ແລະ EU ມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຈາກ 48,9 ຕື້ USD ໃນປີ 2019 ຂຶ້ນເຖິງ ເກືອບ 78 ຕື້ USDໃນປີ 2024 - ປີທີ 5 ທີ່ສັນຍາມີຜົນບັງຄັບໃຊ້, ຄິດສະເລ່ຍເພີ່ມຂຶ້ນກ່ວາ 10%/ປີ. ທ່ານ ໂດດຶກເຕື໋ອງ, ນັກຊ່ຽວຊານພະລັງງານຂອງອົງການສປຊ ເພື່ອການພັດທະນາ ສປຊ (UNDP), ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າໜຼນຊ່ວຍ, ຍົກຕົວຢ່າງຄືການສ້າງວິວັດການເພື່ອເລືອກເອົາບັນດາໂຄງການທີ່ເໝາະສົມກັບບັນດາມາດຖານໃນໂຄງການກ່ຽວກັບການຫັນປ່ຽນພະລັງງານຢ່າງມີຄວາມສະເໝີພາບ ຍົກອອກມາ ແລະ ໜູນຊ່ວຍບັນດາໂຄງການນັ້ນເຊື່ອມຕໍ່ກັບບັນດາຫົວໜ່ວຍການເງິນ. ໃນວິວັດການປະຕິບັດວຽກງານນັ້ນ, ພວກຂ້າພະເຈົ້າເຫັນວ່າມີບັນດາອົງການການເງິນ, ທະນາຄານຄື ຢາກເຂົ້າມາ ຫວຽດນາມ ແລະ ເຂົ້າຮ່ວມວິວັດການໜູນຊ່ວຍໃຫ້ແກ່ບັນດາໂຄງການສີຂຽວຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຄົນ​ທຸກ​ຍາກ​ເກືອບ 900 ລ້ານ​ຄົນ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ຄົນ​ທຸກ​ຍາກ​ເກືອບ 900 ລ້ານ​ຄົນ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ບົດລາຍງານເນັ້ນໜັກວ່າ: ເພື່ອຮັບມືກັບສະພາບການຄວາມສຽງສະຫຼັບກັນ, ຕ້ອງໃຫ້ບຸລິມະສິດທັງມະນຸດ ແລະ ໜ່ວຍໂລກ, ກ່ອນອື່ນໝົດຕ້ອງມີການຫັນປ່ຽນ ຈາກຄວາມຮັບຮູ້ ກາຍເປັນການກະທຳໂດຍໄວ.

Top