ວັນທີ 20 ເມສາ, ທ່າກຳປັ່ນທ່ອງທ່ຽວເຊື່ອມຕໍ່ອ່າວຮະລອງ (ກ໋ວາງນິງ) - ອ່າວລານຮະ (ຫ໋າຍຝ່ອງ) ໄດ້ເຂົ້າສູ່ເຄື່ອນໄຫວຢ່າງເປັນທາງການ, ເປີດເສັ້ນທາງຜ່ານເຂດມໍລະດົກທີ່ເປັນເອກະລັກສະເພາະ. ຕາມນັ້ນແລ້ວ, ກຳປັ່ນ 2 ຖ້ຽວຈະນຳສົ່ງແຂກທ່ອງທ່ຽວຢູ່ບັນດາສະຖານທີ່ຄື: ສູນວັດທະນະທຳໜ້ານ້ຳ ເກືອວ້ານ, ຖ້ຳຕຽນອົງ, ໜອງ ບາເຮິ່ມ, ວິຫານ ບ່າແມນ, ອ້າງຢູ, ຖ້ຳກິມກຸຍ… ການເຄື່ອນໄຫວເສັ້ນທາງຂົນສົ່ງທາງນ້ຳຢ່າງເປັນທາງການບໍ່ພຽງແຕ່ສ້າງຜະລິດຕະພັນການທ່ອງທ່ຽວໃໝ່ເທົ່ານັ້ນ ຫາກຍັງປະຕິບັດການຫັນຄຳໝັ້ນສັນຍາຮ່ວມມືລະຫວ່າງ ກ໋ວາງນິງ ກັບ ຫ໋າຍຝ່ອງໃນການອະນຸລັກຮັກສາ, ເສີມຂະຫຍາຍມຸນຄ່າມໍລະດົກທຳມະຊາດໂລກ ອ່າວຮະລອງ - ໝູ່ເກາະກາດບ່າ ໂດຍ UNESCO ຮັບຮອງເອົາ ໃຫ້ປະກົດຜົນເປັນຈິງ. ນີ້ໄດ້ຮັບຖືວ່າແມ່ນບາດກ້າວຍຸດທະສາດ ເພື່ອແນໃສ່ຍົກສູງລັກສະນະເຊື່ອມຕໍ່ ແລະ ຫຼຸດຜ່ອນວຽກງານໃຫ້ແກ່ແຕ່ລະເຂດພາກຢູ່ທັງສອງເຂດອ່າວ, ສ້າງບາດກ້າວຫັນປ່ຽນໃໝ່ໃນການເຊື່ອມຕໍ່ສະຖານທີ່ທ່ອງທ່ຽວມໍລະດົກລະຫວ່າງ ກ໋ວາງນິງ, ຫ໋າຍຝ່ອງ.








