ຂ່າວສານ

ກຳ​ປັ່ນທ່ອງ​ທ່ຽວ​ສາຍ ອ່າວ​ຮະ​ລອງ - ລານ​ຮະ​ເຂົ້າ​ເຄື່ອນ​ໄຫວ

ກຳ​ປັ່ນ​ 2 ຖ້ຽວຈະ​ນຳ​ສົ່ງ​ແຂກ​ທ່ອງ​ທ່ຽວ​ຢູ່​ບັນ​ດາ​ສະ​ຖານ​ທີ່​ຄື: ສູນ​ວັດ​ທະ​ນະ​ທຳ​ໜ້າ​ນ້ຳ ເກືອ​ວ້ານ, ຖ້ຳ​ຕຽນ​ອົງ, ໜອງ ບາ​ເຮິ່ມ, ວິ​ຫານ ບ່າ​ແມນ, ອ້າງ​ຢູ, ຖ້ຳ​ກິມ​ກຸຍ…
  ກຳ​ປັ່ນ Ambassdor Signature ຂອງເອີ​ລົບ​ນຳ​ສົ່ງ​ແຂກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ຕາມ​ເສັ້ນ​ທາງ​ທ່ອງ​ທ່ຽວ ອ່າວ​ຮະ​ລອງ - ອ່າວ​ລານ​ຮະ (ພາບ: baoquangninh.vn)  
ວັນ​ທີ 20 ເມ​ສາ, ທ່າ​ກຳ​ປັ່ນ​ທ່ອງ​ທ່ຽວ​ເຊື່ອມ​ຕໍ່​ອ່າວ​ຮະ​ລອງ (ກ໋​ວາງ​ນິງ) - ອ່າວ​ລານ​ຮະ (ຫ໋າຍ​ຝ່ອງ) ໄດ້​ເຂົ້າ​ສູ່​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ, ເປີດ​ເສັ້ນ​ທາງ​ຜ່ານ​ເຂດ​ມໍ​ລະ​ດົກ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ. ຕາມ​ນັ້ນ​ແລ້ວ, ​ກຳ​ປັ່ນ​ 2 ຖ້ຽວຈະ​ນຳ​ສົ່ງ​ແຂກ​ທ່ອງ​ທ່ຽວ​ຢູ່​ບັນ​ດາ​ສະ​ຖານ​ທີ່​ຄື: ສູນ​ວັດ​ທະ​ນະ​ທຳ​ໜ້າ​ນ້ຳ ເກືອ​ວ້ານ, ຖ້ຳ​ຕຽນ​ອົງ, ໜອງ ບາ​ເຮິ່ມ, ວິ​ຫານ ບ່າ​ແມນ, ອ້າງ​ຢູ, ຖ້ຳ​ກິມ​ກຸຍ… ການ​ເຄື່ອນ​ໄຫວ​ເສັ້ນ​ທາງ​ຂົນ​ສົ່ງ​ທາງ​ນ້ຳ​ຢ່າງ​ເປັນ​ທາງ​ການ​ບໍ່​ພຽງ​ແຕ່ສ້າງ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ໃໝ່ເທົ່າ​ນັ້ນ ຫາກ​ຍັງ​ປະ​ຕິ​ບັດ​ການ​ຫັນ​ຄຳ​ໝັ້ນ​ສັນ​ຍາ​ຮ່ວມ​ມື​ລະ​ຫວ່າງ ກ໋​ວາງ​ນິງ ກັບ ຫ໋າຍ​ຝ່ອງ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​ມຸນ​ຄ່າ​ມໍ​ລະ​ດົກ​ທຳ​ມະ​ຊາດ​ໂລກ ອ່າວ​ຮະ​ລອງ - ໝູ່​ເກາະ​ກາດ​ບ່າ ໂດຍ​ UNESCO ຮັບ​ຮອງ​ເອົາ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ບາດ​ກ້າວ​ຍຸດ​ທະ​ສາດ ເພື່ອ​ແນ​ໃສ່​ຍົກ​ສູງ​ລັກ​ສະ​ນະ​ເຊື່ອມ​ຕໍ່ ແລະ ຫຼຸດ​ຜ່ອນວຽກ​ງານ​ໃຫ້​ແກ່​ແຕ່​ລະ​ເຂດ​ພາກ​ຢູ່​ທັງ​ສອງ​ເຂດ​ອ່າວ, ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ໃໝ່​ໃນ​ການ​ເຊື່ອມ​ຕໍ່​ສະ​ຖານ​ທີ່​ທ່ອງ​ທ່ຽວ​ມໍ​ລະ​ດົກ​ລະ​ຫວ່າງ ກ໋​ວາງ​ນິງ, ຫ໋າຍ​ຝ່ອງ.

top