• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳລັງປົກປັກຮັກສາຊາຍແດນຫວຽດນາມ - ຈີນ - ລາວພົບປະກັນຢູ່ສາມແຍກຊາຍແດນ

      ວັນທີ 22 ພຶດສະພາ ກຳລັງປົກປັກຮັກສາຊາຍແດນຂອງສາມປະເທດຫວຽດນາມ - ຈີນ - ລາວໄດ້ພົບປະກັນຢູ່ສາມແຍກຊາຍແດນເພື່ອເປັນເອກະພາບກັນບັນດາມາດຕະການຄຸ້ມຄອງປົກປັກຮັກສາຊາຍແດນ ແລະ ປະຕິບັດການເຄື່ອນໄຫວສັບປະດາຄຸ້ມຄອງຊາຍແດນປະສົມ
ກຳລັງປົກປັກຮັກສາຊາຍແດນຂອງສາມປະເທດຫວຽດນາມ - ຈີນ - ລາວໄດ້ພົບປະກັນຢູ່ສາມແຍກຊາຍແດນ
          ທີ່ການພົບປະ, ບັນດາກຳລັງປົກປັກຮັກສາຊາຍແດນຫວຽດນາມ - ຈີນ - ລາວໄດ້ເຫັນດີເປັນເອກະພາບປະຕິບັດສັບປະດາຄຸ້ມຄອງຊາຍແດນປະສົມນັບແຕ່ 13 ໂມງຂອງວັນທີ 22 ພຶດສະພາ ປີ 2021 ເຖິງເວລາ 24 ໂມງຂອງວັນທີ 28 ພຶດສະພາປີ 2021. ຕາມນັ້ນແລ້ວ, ແຕ່ລະຝ່າຍຕ້ອງຜັນຂະຫຍາຍບັນດາການເຄື່ອນໄຫວ ຮັບປະກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໃນເຂດຊາຍແດນໂດຍຕົນເອງ. ເພີ່ມທະວີກາປ້ອງກັນ ຕ້ານບັນດາການເຄື່ອນໄຫວອາຊະຍາກຳຂ້າມຊາດ; ສະໜັບສະໜູນຊ່ວຍໜູນເຊິ່ງກັນແລະກັນເພື່ອປະຕິບັດວຽກງານຮັບປະກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໃນບັນດາໂອກາດທີ່ສຳຄັນເປັນຢ່າງດີ. ບັນດາຝ່າຍຍັງໄດ້ແລກປ່ຽນວຽກງານສົມທົບກັນໃນການສະກັດກັ້ນການເຄື່ອນໄຫວເຂົ້າ - ອອກເມືອງຜ່ານຊາຍແດນຢ່າງຜິດກົດໝາຍ; ວຽກງານຮັບ ແລະ ມອບສົ່ງພົນລະເມືອງ ແລະເພີ່ມທະວີວຽກງານແລກປ່ຽນຂໍ້ມູນຂ່າວສານ ເພື່ອປະຕິບັດການປ້ອງກັນຕ້ານໂລກລະບາດເປັນຢ່າງດີ.
   ໃນຂອບເຂດການພົບປະ, ກຳລັງປ້ອງກັນຊາຍແດນຂອງສາມປະເທດໄດ້ປະຕິບັດພິທີເຄົາລົບເສົາຫຼັກໝາຍ ແລະປະຕິບັດການລາດຕະເວນຮ່ວມ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ເບລາຣຸດ Roman Golovchenko

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ເບລາຣຸດ Roman Golovchenko

ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Roman Golovchenko ຈະສ້າງກຳລັງໜູນໃໝ່ເພື່ອຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊືອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.

Top