ຂ່າວສານ
ກຳລັງນັກຊ່ຽວຊານ ຫວຽດນາມ ຊ່ວຍການປະຕິວັດ ກຳປູເຈຍ ໄລຍະແຕ່ປີ 1979 – 1989 ໄດ້ຮັບຫຼຽນໄຊ ຊາວວ່າງ (ດາວຄຳ)

ທ່ານ ເຈິ່ນກ໊ວກເວື້ອງ ມອບຫຼຽນໄຊ ຊາວວ່າງ (ດາວຄຳ) ໃຫ້ແກ່ ກຳລັງນັກຊ່ຽວຊານ ຫວຽດນາມ
ຊ່ວຍການປະຕິວັດກຳປູເຈຍ ໄລຍະແຕ່ປີ 1979 – 1989 (ພາບ: TTXVN)
ໂດຍຕາງໜ້າການນຳພັກ, ລັດ, ທ່ານ ເຈິ່ນກ໊ວກເວື້ອງ ໄດ້ມອບຫຼຽນໄຊ ຊາວວ່າງ (ດາວຄຳ) ໃຫ້ແກ່ ກຳລັງນັກຊ່ຽວຊານ ຫວຽດນາມ ຊ່ວຍການປະຕິວັດກຳປູເຈຍ ໄລຍະແຕ່ປີ 1979 – 1989.
ກ່າວຄຳເຫັນທີ່ພິທີ, ທ່ານ ເຈິ່ນກວກເວື້ອງ ໄດ້ເນັ້ນໜັກວ່າ: ກ່ອນນີ້ 40 ປີ, ຕໍ່ບັນດາໂທດກຳໂຫດຮ້າຍທີ່ສຸດຂອງພວກ ຂະແມແດງຕໍ່ປະຊາຊົນ ຫວຽດນາມ ແລະ ປະຊາຊົນ ກຳປູເຈຍ, ໂດຍປະຕາມຕາມຄຳຮຽກຮ້ອງທີ່ຈຳເປັນແລະຮີບດ່ວນແນວໂຮມສາມັກຄີຊົນຊາດກູ້ຊາດ ກຳປູເຈຍ, ສະເໜີໃຫ້ ຫວຽດນາມ ຊ່ວຍປົດປ່ອຍປະເທດ ກຳປູເຈຍ ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດ, ທະຫານອາສາສະໝັກ ຫວຽດນາມພ້ອມກັບ ທະຫານ ແລະ ປະຊາຊົນກຳປູເຈຍໄດ້ໂຄ່ນລົ້ມລະບອບຂະແມແດງ, ປິດໜ້າປະຫວັດສາດທີ່ມືດມົວຂອງປະເທດກຳປູເຈຍ, ເປີດສັງກາດໃໝ່, ຟື້ນຟູ, ພັດທະນາຢ່າງຮອບດ້ານຂອງປະເທດຊາດ ກຳປູເຈຍ.“ຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດາພະນັກງານ, ນັກຮົບ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ໄດ້ບັນທຶກໄວ້ໃນປະຫວັດສາດຂອງສອງປະເທດ ຫວຽດນາມ - ກຳປູເຈຍຈາລຶກຢ່າງຕະຫຼອດໄປ, ໄດ້ຮັບການຮັບຮູ້ຈາກມວນມະນຸດກ້າວໜ້າຮັບຮອງ, ບໍ່ມີຫຍັງມາບິດເບື້ອງໄດ້ຄວາມຈິງຂອງປະຫວັດສາດນັ້ນໄດ້. ແລະ ຄວາມຈິງ ໄດ້ພິສູດວ່າ: ວັນທີ 16 ພະຈິກ 2018, ພາຍຫຼັງການພິພາກສາມາເປັນເວລາຫຼາຍປີ, ສານພິເສດ ຂຶ້ນກັບສານຂອງກຳປູເຈຍ ພາຍໃຕ້ການອຸປະຖຳ ຂອງ ສປຊ ໄດ້ອອກຄຳຕັດສິນຂອງສານຢ່າງເປັນທາງການ, ລົງໂທດຈຳຄຸກຕະຫຼອດຊີວິດ ຜູ້ເປັນຫົວໂປ່ຂອງລະບອບ ຂະແມແດງດ້ວຍໂທດກຳຕ້ານມະນຸດ”
(ແຫຼ່ງຄັດຈາກ VOV)