• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳລັງຕຳຫຼວດທະເລຜັນຂະຫຍາຍບັນດາມາດຕະການຍົກເລີກບັດເຫຼືອງຂອງ EC

ຜັນຂະຫຍາຍບັນດາມາດຕະການຍົກເລີກບັດເຫຼືອງ IUU ໂດຍໄວ ຕິດພັນກັບການປົກປັກຮັກສາຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມທະເລແບບຍືນຍົງ.

 

  ພົນໂທ ເຈິ່ນກວາງເຟືອງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ  

ຕອນບ່າຍວັນທີ 3 ເມສາ, ພົນໂທ ເຈິ່ນກວາງເຟືອງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການຕຳຫຼວດທະເລ (ຮ່າໂນ້ຍ). ທີ່ການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ງກວາງເຟືອງ ໃຫ້ຮູ້ວ່າ: ໄລຍະຈະມາເຖິງ, ຄະນະກຳມະການເອີລົບ (EC) ຈະໄປ ຫວຽດນາມ ກວດກາຄັ້ງທີ 4 ກ່ຽວກັບວຽກງານຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU). ດັ່ງນັ້ນ, ກຳລັງຕຳຫຼວດ ທະເລຄວນສົມທົບກັບກະຊວງປ້ອງກັນປະເທດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ… ຜັນຂະຫຍາຍບັນດາມາດຕະການຍົກເລີກບັດເຫຼືອງ IUU ໂດຍໄວ ຕິດພັນກັບການປົກປັກຮັກສາຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມທະເລແບບຍືນຍົງ. ໄລຍະຈະມາເຖິງ, ບັນດາອົງການຂອງສະພາແຫ່ງຊາດຈະສືບຕໍ່ຄົ້ນຄ້ວາ, ສະເໜີປັບປຸງ, ເພີ່ມເຕີມ, ສ້າງສຳເລັດບັນດາມາດຕະການ ເພື່ອແນໃສ່ແກ້ໄຂບັນດາສິ່ງກີດຂວາງ ໃນວິວັດການປະຕິບັດໜ້າທີ່, ສ້າງເງື່ອນໄຂອຳນວຍຄວາມສະດວກທີ່ສຸດເພື່ອໃຫ້ກຳລັງຕຳຫຼວດທະເລ ປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ.

 

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top