• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳປູເຈຍ - ລາວ - ຫວຽດນາມ ຊຸກຍູ້ການຮ່ວມມືຫຼາຍຝ່າຍເພື່ອການພັດທະນາເສດຖະກິດ ສັງຄົມຂອງ 3 ຝ່າຍ

ານຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃນເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ບັນລຸໄດ້ບັນດາໝາກຜົນຕັ້ງໜ້າ, ແຕ່ບັນດາໂຄງການ, ແຜນການຍັງແມ່ນການຮ່ວມມືສອງຝ່າຍເປັນຕົ້ນ, ຂາດບັນດາໂຄງການຮ່ວມມື 3 ຝ່າຍທີ່ບັນລຸຜົນສຳເລັດ.
ກອງປະຊຸມຂອງ 3 ຝ່າຍຈັດຂຶ້ນຢູ່ ອັດຕະປື

ວັນທີ 28 ກຸມພາ, ກອງປະຊຸມອະນຸກຳມະການເສດຖະກິດຄັ້ງທີ 12 ເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ໄດ້ຈັດຂຶ້ນຢູ່ແຂວງ ອັດຕະປຶ, ສປປ ລາວ. ກອງປະຊຸມໄດ້ດຳເນີນໄປໃນຂອບເຂດກອງປະຊຸມຄະນະກຳມະການປະສານງານຮ່ວມຄັ້ງທີ 13 ເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ, ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 26 ກຸມພາ ຫາ ວັນທີ 1 ມີນາ, ຢູ່ ສປປ ລາວ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຢືອງຮຸ່ງເກື່ອງ, ຮອງຫົວໜ້າກົມເສດຖະກິດພົວພັນຕ່າງປະເທດ (ກະຊວງແຜນການ ແລະ ການລົງທຶນ), ຫົວໜ້າອະນຸກຳມະການເສດຖະກິດ ຫວຽດນາມ, ເນັ້ນໜັກວ່າ: ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃນເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ບັນລຸໄດ້ບັນດາໝາກຜົນຕັ້ງໜ້າ, ແຕ່ບັນດາໂຄງການ, ແຜນການຍັງແມ່ນການຮ່ວມມືສອງຝ່າຍເປັນຕົ້ນ, ຂາດບັນດາໂຄງການຮ່ວມມື 3 ຝ່າຍທີ່ບັນລຸຜົນສຳເລັດ. ບັນດາຄວາມກ້າວໜ້າໃນການຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວລະຫວ່າງ 3 ປະເທດຍັງຈຳກັດຢູ່. ການຮ່ວມມືໃນການສ້າງແຜນຜັງລວມແຫ່ງການພັດທະນາເສດຖະກິດ ຂອງເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ, ກໍ່ຄືການລະດົມແຫຼ່ງກຳລັງເພື່ອຊຸກຍູ້ການຮ່ວມມືຍັງຈຳກັດຢູ່. ທ່ານ ເກື່ອງ ໃຫ້ຮູ້ຕື່ມອີກວ່າ: ເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຍັງສືບຕໍ່ສຸມໃສ່ຊຸກຍູ້ການຮ່ວມມືທີ່ແທດຈິງ ແລະ ມີປະສິດທິຜົນກ່ວາອີກ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລື ກ່ຽວກັບບັນດາການກຳນົດທິດຍຸດທະສາດການຮ່ວມມືໃນໄລຍະຈະມາເຖິງ. ຝ່າຍ ຫວຽດນາມ ໄດ້ສະເໜີຊຸກຍູ້ການຮ່ວມມືໃນການສ້າງແຜນຜັງລວມໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ, ກໍ່ຄືຊຸກຍູ້ການເຊື່ອມຕໍ່ 3 ພື້ນຖານເສດຖະກິດ ກຳປູເຈຍ - ລາວ - ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ນຳ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ​ກາຍ​ເປັນ​ກຳ​ລັງ​ໜູນ​ການ​ເຕີບ​ໂຕ​ໃໝ່

ນຳ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ​ກາຍ​ເປັນ​ກຳ​ລັງ​ໜູນ​ການ​ເຕີບ​ໂຕ​ໃໝ່

ທ່ານ​ ໂຮ່ກວັກ​ຢຸງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຊີ້​ແຈ້ງວ່າ​ພັກ ແລະ ລັດ​ໄດ້​ກຳ​ນົດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ ແມ່ນ​ກຳ​ລັງ​ໜູນຫຼັກ​ແຫຼ່ງ​ເພື່ອ​ນຳ​ປະ​ເທດ​ຊາດ​ພັດ​ທະ​ນາ​ໂດຍ​ໄວ ແລະ ຍືນ​ຍົງ.

Top