
ອຸບັດເຫດເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍແຕກ ເຮັດໃຫ້ ນັບຫຼາຍພັນຄອບຄົວຖືກຮັບຜົນສະທ້ອນ
ຕາມບໍລິສັດດັ່ງກ່າວ, ເຂື່ອນສຳຮອງ D ຖືກແຕກ ມີລວງກວ້າງ 8 ແມັດ, ລວງຍາວ 770 ແມັດ ແລະ ລວງສູງ 16 ແມັດ ໄດ້ຮັບການກໍ່ສ້າງ ແນໃສ່ ຊ່ວຍແບ່ງນຳ້ ອ້ອມຂ້າງ ອ່າງເກັບນ້ຳເຂື່ອນໄຟຟ້າ ເຊນໍ້ານ້ອຍ. ເມື່ອເຂື່ອນ D ຖືກແຕກ, ປະລິມານ ນຳ້ໄດ້ໄຫຼລົງສູ່ເຂດລຸ່ມ ແລະ ຖອກນຳ້ໃສ່ແມ່ນຳ້ ເຊປຽນ ທີ່ຫ່າງຈາກເຂື່ອນໄຟຟ້າປະມານ 5 ກິໂລແມັດ.
ເຫດຜົນເບື້ອງຕົ້ນ ໄດ້ກຳນົດວ່າ ຍ້ອນ ຝົນຕົກໜັກ ເປັນເວລາຫຼາຍວັນຕິດຕໍ່ກັນ ດ້ວຍປະລິມານນຳ້ຝົນຫຼາຍ ຖອກສູ່ ອ່າງເກັບນຳ້ຂອງໂຄງການ ກໍ່ໃຫ້ເກີດອຸບັດເຫດດັ່ງກ່າວ.
ບໍລິສັດ ໄຟຟ້າ ຣາຊະບູຣີ ໃຫ້ຮູ້ວ່າ ໄດ້ປະສານສົມທົບ ກັບ ເຈົ້າໜ້າທີ່ ຂອງ ລາວ ເພື່ອຊ່ວຍເຫຼືອ ໃຫ້ປະຊາຊົນ ຢູ່ເຂດຖືກຮັບຜົນສະທ້ອນ, ຍົກຍ້າຍປະຊາຊົນ ເຖິງ ເຂດປອດໄພ. ພ້ອມກັນນັ້ນ ບໍລິສັດກໍ ພ້ອມກັບ ບັນດາ ຄູ່ຮ່ວມມື ເຮັດສຸດຄວາມສາມາດ ເພື່ອ ຄວບຄຸມຈຳກັດ ເມື່ອລະດັບນ້ຳໃນເຂື່ອນຫຼຸດລົງ.
ລາຍງານດັ່ງທີ່ກ່າວມາຢູ່ຂ້າງເທິງ ຂອງ ບໍລິສັດ ໄຟຟ້າ ຣາຊະບູຣີ ກໍຊຳ້ກັນ ກັບການແຈ້ງຂ່າວ ກ່ຽວກັບ ເຫດຜົນເຂື່ອນໄຟຟ້າແຕກ ຂອງບໍລິສັດ SK Engineering & Construction, ເຈົ້າຂອງລົງທຶນອື່ນ ຂອງໂຄງການ. ສຳນັກຂ່າວສານ Yonhap ໄດ້ຄັດ ຄຳແຈ້ງຂ່າວ ຂອງບໍລິສັດໃຫ້ຮູ້ວ່າ, ປະລິມານນຳ້ຝົນ ຫຼາຍເກີນໄປ ເມື່ອທຽບກັບປົກກະຕິ ແມ່ນເຫດຜົນ ເຮັດໃຫ້ອຸບັດເຫດເກີດຂຶ້ນ.
ຕາມ ບໍລິສັດ SK, ໂຄງການເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ລວມມີ ສາມເຂື່ອນໃຫຍ່ ແລະ ສາມ ເຂື່ອນສຳຮອງ, ໄດ້ອອກແບບ ແນໃສ່ດັດສົມນຳ້ ຈາກສາມລຳແມ່ນຳ້ ແລະ ທັງໝົດໄຫຼເຂົ້າສູ່ແມ່ນຳ້ຂອງ.
ບໍລິສັດນີ້ ກໍໄດ້ສົ່ງ ຍົນ ເຮລີກອບແຕ, ເຮືອກູ້ຊີບ ມາເຂົ້າຮ່ວມ ການຊ່ວຍເຫຼືອປະຊາຊົນ ໃນເຂດ ປະສົມໄຟນ້ຳຖ້ວມ.
ຕາມສຳນັກຂ່່າວສານ ລາວ (PKL), ໂຄງການ ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ເປັນບໍລິສັດ ຮ່ວມທຸລະກິດ ໄດ້ສ້າງຕັ້ງໃນ ເດືອນ ມີນາ 2012 ລະຫວ່າງ ບັນດາບໍລິສັດ ຂອງ ສ ເກົາຫຼີ ເຊ່ັນ SK Engineering and Construction (SK E&C), Korea Western Power (KOWEPO), ບໍລິສັດ ພະລັງງານໄຟຟ້າ ຣາຊະບູຣີ ຂອງໄທ ແລະ ບໍລິສັດໄຟຟ້າ ລາວ. ໃນນັ້ນ SK E&C ຖືຮຸ້ນ 24%, LHSE ຖືຮຸ້ນ 26%, ບໍລິສັດ ຣາຊະບູຣີ ແລະ KOWEPO ຖືຮຸ້ນສ່ວນທີ່ຍັງເຫຼືອ.
ຄາດວ່າ ໂຄງການມີມຸນຄ່າກໍ່ສ້າງ 1,2 ຕື້ ໂດລາສະຫະລັດ, ໄດ້ຮັບການກໍ່ສ້າງເບື້ອງຕົ້ນ ຕາມ ຮູບການ BOT, ໂດຍ ບັນດາບໍລິສັດ ສ ເກົາຫຼີ ປະຈຳຢູ່ ລາວປະຕິບັດ. ກິດຈະການໄດ້ເລີ່ມລົງມືກໍ່ສ້າງ ເດືອນກຸມພາ 2012 ແລະ ຄາດວ່າຈະໃຫ້ສຳເລັດໃນປີ 2018 ນີ້.
ໂດຍ: VNA