• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກາ​ນ​ເຈ​ລະ​ຈາ ລັດ​ເຊຍ - ອາ​ເມ​ລິ​ກາ - ຢູ​ແກຼນຮອບ​ຕໍ່​ໄປ​ ຈະ​ດຳ​ເນີນ​ໃນ​ວັນ​ທີ 1 ກຸມ​ພາ

ທ່ານ Yuri Ushakov ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ ກໍ່ໄດ້ເນັ້ນໜັກວ່າ ຖ້າການພົບປະສຸດຍອດລະຫວ່າງການນຳສອງປະເທດ ລັດເຊຍ ແລະ ຢູແກຼນ ໄດ້ຖືກຈັດຂຶ້ນ ເນື້ອໃນຂອງກອງປະຊຸມນັ້ນຕ້ອງກະກຽມຢ່າງລະອຽດລະອໍ ແລະ ມຸ່ງໄປເຖິງໝາກຜົນທີ່ຕັ້ງໜ້າ.
ທ່ານ Dmitry Peskov ເລຂາສື່ມວນຊົນຂອງ ປະທານາທິບໍດີ ລັດເຊຍ (ພາບ: REUTERS/Ramil Sitdiko)

ການເຈລະຈາຮອບຕໍ່ໄປ ລະຫວ່າງ ລັດເຊຍ, ອາເມລິກາ ແລະ ຢູແກຼນ ຢູ່ ສະຫະລັດ ອາຣັບ ເອມີເລັດ (UAE) ຄາດວ່າຈະດຳເນີນໃນວັນທີ 1 ກຸມພາ. ນີ້ແມ່ນຂໍ້ມູນໂດຍທ່ານ Dmitry Peskov ເລຂາສື່ມວນຊົນຂອງ ປະທານາທິບໍດີ ລັດເຊຍ ຍົກອອກມາໃນວັນທີ 28 ມັງກອນ.

ແລະກໍ່ໃນວັນດຽວກັນ, ວັງ Kremlin ກໍ່ແຈ້ງໃຫ້ຊາບວ່າ ລັດເຊຍ ໄດ້ເຊີນທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ໄປຍັງ ມົດສະກູ ຖ້າທ່ານ ກຽມພ້ອມການພົບປະກັບທ່ານ Vladimir Putin ປະທານາທິບໍດີ ລັດເຊຍ, ພ້ອມທັງຢັ້ງຢືນວ່າ ລັດເຊຍ ຈະຮັບປະກັນຄວາມໝັ້ນຄົງຢ່າງເດັດຂາດໃຫ້ທ່ານ Volodymyr Zelensky. ເຖິງຢ່າງໃດກໍຕາມ, ທ່ານ Yuri Ushakov ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ ກໍ່ໄດ້ເນັ້ນໜັກວ່າ ຖ້າການພົບປະສຸດຍອດລະຫວ່າງການນຳສອງປະເທດ ລັດເຊຍ ແລະ ຢູແກຼນ ໄດ້ຖືກຈັດຂຶ້ນ ເນື້ອໃນຂອງກອງປະຊຸມນັ້ນຕ້ອງກະກຽມຢ່າງລະອຽດລະອໍ ແລະ ມຸ່ງໄປເຖິງໝາກຜົນທີ່ຕັ້ງໜ້າ. ຕາມທ່ານ Yuri Ushakov ແລ້ວ,  ໃນບັນດາການໂອ້ລົມທາງໂທລະສັບກັບການນຳລັດເຊຍ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ສະເໜີເປັນຫຼາຍຄັ້ງວ່າໃຫ້ ລັດເຊຍ ພິຈາລະນາຄວາມອາດສາມາດຈັດການພົບປະສຸດຍອດ ລະຫວ່າງ ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ແລະ ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ມີ​ລາງວັນ​ເຊີດ​ຊູ​ແມ່​ຍິງ ຫວຽດ​ນາມ ຕື່ມ​ອີກ

ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ມີ​ລາງວັນ​ເຊີດ​ຊູ​ແມ່​ຍິງ ຫວຽດ​ນາມ ຕື່ມ​ອີກ

ຕອນເຊົ້າວັນທີ 6 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ພົບປະກັບການນຳ, ຜູ້ບໍລິຫານບັນດາອົງການສູນກາງ ແລະ ມອບລາງວັນ Kovalevskaia ປີ 2025.

Top