• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກາ​ນ​ຜະ​ລິດ​ຖ້ວຍ ແລະ ຈານ​ຈາກ​ກ້ານ​ໝາກ ຢູ່​ແຂວງ​ກ໋​ວາງ​ຫງ້າຍ

ກ້ານໝາກ ແVTC Newsມ່ນສິ່ງເສດເຫຼືອດ້ານກະສິກຳ ແຕ່ອ້າຍ ຫງວຽນວັນຕວຽນ ຢູ່ແຂວງ ກວ໋າງຫງາຍ ພັດນຳໃຊ້ເພື່ອຜະລິດບັນດາຜະລິດຕະພັນທີ່ມີປະໂຫຍດຄື: ຖ້ວຍ, ຈານ, ກ່ອງໃສ່ອາຫານ ແລະ ສົ່ງອອກໄປຍັງບັນດາປະເທດຄື: ສ.ເກົາຫຼີ, ການາດາ, ໂປໂລຍ, ອາເມລິກາ… ວຽກງງານນີ້ບໍ່ພຽງແຕ່ນຳມາເຊິ່ງລາຍຮັບທີ່ຫຼາຍ, ສ້າງວຽກເຮັດງານທຳທີ່ເປັນປົກກະຕິໃຫ້ແກ່ຊາວທ້ອງຖິ່ນເທົ່ານັ້ນຫາກຍັງປະກອບສ່ວນປົກປັກຮັກສາສິ່ງແວດລ້ອມອີກດ້ວຍ.
ຜະລິດຕະພັນເຮັດຈາກກ້ານໝາກ (ພາບ: VTC News)

ກ໋ວາງຫງາຍ ມີຊື່ສຽງແມ່ນ “ເຂດດິນແດນຕົ້ນໝາກ” ເມື່ອມີເນື້ອທີ່ປູກຕົ້ນໝາກກວ່າ 2.000 ເຮັກຕາ, ສ່ວນຫຼາຍໄດ້ປູກຢູ່ເມືອງ ເຊີນໄຕ ແລະ ເມືອງ ເຫງ້ຍແຮ່ງ. ປົກກະຕິ, ປະຊາຊົນພຽງແຕ່ເກັບກ່ຽວໝາກ ເພື່ອຂາຍໃຫ້ແກ່ພໍ່ຄ້າເທົ່ານັ້ນ ສ່ວນກ້ານໝາກໄດ້ຮັບຖືກວ່າແມ່ນສິ່ງເສດເຫຼືອ ແລະ ບໍ່ມີຄູນຄ່າດ້ານເສດຖະກິດ. ກ່ອນນີ້ 5 ປີ, ໂດຍເຫັນປະຊາຊົນຈູດກ້ານໝາກຖິ້ມ, ເສຍດາຍຫຼາຍ, ອ້າຍ ຫງວຽນວັນຕວຽນ ອາຍຸ 41 ປີ ຮູ້ສຶກເປັນຫວ່ງ ຄິດວ່າຕ້ອງເຮັດແນວໃດເພື່ອຫັນບັນດາສິ່ງເສດເຫຼືອນັ້ນ ກາຍເປັນຜະລິດຕະພັນທີ່ມີປະໂຫຍດ. ພາຍຫຼັງຊອກຮູ້ທາງອິນເຕີເນັດ, ອ້າຍໄດ້ອ່ານພົບເອກະສານກ່ຽວກັບບັນດາຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ທີ່ໄດ້ເຮັດຈາກ ກ້ານໝາກ ອິນເດຍ. ທ້າຍປີ 2019, ອ້າຍ ຕວຽນ ລົງທຶນກໍ່ສ້າງຮາກຖານຜະລິດຢູ່ເມືອງ ເຫງ້ຍແຮ່ງ. ອ້າຍໃຫ້ຮູ້ວ່າ:

ສຳລັບຂ້າພະເຈົ້າແລ້ວ, ກ້ານໝາກບໍ່ແມ່ນສິ່ງເສດເຫຼືອ ແຕ່ຖ້າຫາກນຳມັນໄປຖືກກັບຄຸນຄ່ານຳໃຊ້ ແມ່ນມັນຈະຜະລິດເປັນຜະລິດຕະພັນຈາກກ້ານໝາກໄດ້. ຂ້າພະເຈົ້າຮູ້ກ້ານໝາກແຕ່ດົນນານແລ້ວ, ມັນຕິດພັນກັບຄາວເປັນເດັກນ້ອຍຂອງຂ້າພະເຈົ້າ. ໃນເມື່ອກ່ອນ, ທຸກຄົນເຄີຍນຳໃຊ້ມັນເພື່ອຜະລິດເປັນວີ, ກະບວຍຕັກນ້ຳ. ຂ້າພະເຈົ້າເຫັນວ່າກ້ານໝາກ ສາມາດຜະລິດເປັນຖ້ວຍ ແລະ ຈານ ດັ່ງນັ້ນຂ້າພະເຈົ້າ ໄດ້ຄົ້ນຄ້ວາ, ຊອກຫາວິທີ ແລະ ປະຕິບັດ.

ເພື່ອມີແຫຼ່ງວັດຖຸດິບ, ອ້າຍເກັບຊື້ກ້ານໝາກຂອງຊາວທ້ອງຖິ່ນ. ຕາມອ້າຍຕວຽນແລ້ວ, ນັບແຕ່ເດືອນມີນາ ຫາເດືອນຕຸລາ ແມ່ນເວລາກ້ານໝາກຫຼົ່ນຫຼາຍ. ໄລ່ສະເພາະປູກຕົ້ນໝາກ 1 ເຮັກຕາ ຈະມີກ້ານໝາກປະມານ 12.500 ອັນຕໍ່ປີ. 

ເພື່ອສັ່ງຊື້ວັດຖຸດິບຈາກພໍ່ແມ່ປະຊາຊົນ, ຂ້າພະເຈົ້າຕ້ອງຈັດການສັ່ງຊື້ແນວໃດເພື່ອໃຫ້ທຸກຄົນສາມາດຂາຍໄດ້ຢ່າງງ່າຍດາຍ. ນັ້ນແມ່ນສ້າງບັນດາບ່ອນເກັບຊື້ກ້ານໝາກຢູ່ເຂດໃກ້ກັບບ່ອນດຳລົງຊີວິດຂອງພໍ່ແມ່ປະຊາຊົນ ແລ້ວເອົາໄປໂຮງງານ. ກ່ຽວກັບເຄື່ອງຈັກ, ຂ້າພະເຈົ້າໄດ້ນຳເຂົ້າຈາກຕ່າງປະເທດ. ປັດຈຸບັນ, ທາງບໍລິສັດໄດ້ເປັນເຈົ້າການກ່ຽວກັບເຄື່ອງຈັກ ແລະ ຜະລິດບັນດາຜະລິດຕະພັນຄື ຖ້ວຍ, ຈານ ຈາກກ້ານໝາກ ຢູ່ ຫວຽດນາມ.

ພາຍຫຼັງເກັບກ່ຽວ ກ້ານໝາກຈະໄດ້ລ້າງໃຫ້ສະອາດ, ແຊ່ນ້ຳໃຫ້ອ່ອນ, ປະໄວ້ໃຫ້ແຫ້ງ ແລະ ນຳເອົາໃສ່ຈັກໜີບຄວາມຮ້ອນເພື່ອຜະລິດຖ້ວຍ, ຈານ, ບ່ວງ, ກ່ອງໃສ່ອາຫານ… ທີ່ມີຫຼາຍຮູບແບບ, ຫຼາຍຂະໜາດ. ກ້ານໝາກ ໄດ້ໜີບໃນເວລາ 40 ວິນາທີ, ດ້ວຍອຸນຫະພູມແຕ່ 80 – 120 ອົງສາຊີ. ຜະລິດຕະພັນຈາກກ້ານໝາກພາຍຫຼັງຜະລິດຈະໄດ້ເອົາໄປຂ້າເຊື້ອດ້ວຍເຄື່ອງສ່ອງແສງ UV ແລ້ວຫຸ້ມຫໍ່, ສົ່ງເຄື່ອງຕົວແບບໄປກວດຕາມຂໍ້ກຳນົດກ່ອນທີ່ຈະນຳໄປຂາຍຢູ່ຕະຫຼາດ. ບັນດາຜະລິດຕະພັນມີຄວາມທົນທານ ແລະ ບໍ່ຊືມນ້ຳ, ໄດ້ຫຸ້ມຫໍ່ໃນຖົງນີລົງ ໜີບຄວາມຮ້ອນດັ່ງນັ້ນສາມາດໃສ່ອາຫານ, ໝາກໄມ້, ເຄື່ອງປຸງແຕ່ງ… ອ້າຍຕວຽນ ແບ່ງປັນວ່າ:

ກ້ານໝາກມີຈຸດດີແມ່ນແຂງ. ໃນຕະຫຼອດໄລຍະຜະລິດ, ບໍ່ນຳໃຊ້ທາດເຄມີໃດ, ອາດສາມາດໃສ່ອາຫານຮ້ອນ, ເຢັນ, ນ້ຳ ແລະ ນຳໃຊ້ໃນເຕົາໄມໂຄຼເວບ. ນີ້ແມ່ນຈຸດດີຂອງກ້ານໝາກເມື່ອທຽບໃສ່ກັບຜະລິດຕະພັນອື່ນໆ.

ປີ 2020, ອ້ານຕວຽນ ນຳບັນດາຜະລິດຕະພັນເຮັດຈາກກ້ານໝາກຂອງຕົນໄປຂາຍຢູ່ງານຕະຫຼາດນັດເພື່ອແນະນຳ ແລະ ໄດ້ສ້າງຄວາມສົນໃຈຢ່າງວ່ອງໄວດ້ວຍໃບສັ່ງຊື້ເປັນຈຳນວນຫຼາຍ. ພິເສດ, ມີບໍລິສັດການບິນໄດ້ເຊັນສັນຍາຊື້ຜະລິດຕະພັນຖ້ວຍ, ຈານກ້ານໝາກຂອງອ້າຍເພື່ອຮັບໃຊ້ຜູ້ໂດຍສານຢູ່ ຫ້ອງ VIP.

ຂ້າພະເຈົ້າໄດ້ເຂົ້າຮ່ວມບັນດາງານຕະຫຼາດນັດ, ງານວາງສະແດງຢູ່ນະຄອນ ໂຮ່ຈີມິນ ແລະ ຮ່າໂນ້ຍ. ຂ້າພະເຈົ້າກໍ່ໄດ້ນຳຜະລິດຕະພັນຂາຍຢູ່ບັນດາຕະຫຼາດເອເລັກໂຕນິກ ເພື່ອໃຫ້ຜູ້ບໍລິໂພກຮູ້ຈັກຫຼາຍກ່ວາ ຫຼັງຈາກນັ້ນກໍ່ຈະສັ່ງຊື້.

ຈາກຜົນສຳເລັດນີ້, ກາງປີ 2021, ອ້າຍຕວຽນ ສືບຕໍ່ເປີດກວ້າງການຜະລິດ. ປັດຈຸບັນ, ຮາກຖານໄດ້ສ້າງວຽກເຮັດງານທຳທີ່ເປັນປົກກະຕິໃຫ້ແກ່ແຮງງານທ້ອງຖິ່ນ 10 – 12 ຄົນ, ດ້ວຍລາຍຮັບແຕ່ 200.000 – 240.000 ດົ່ງ/ວັນ (ປະມານ 7 – 15 USD/ວັນ). ໄລ່ສະເລ່ຍແຕ່ລະເດືອນ, ອ້າຍຕວຽນ ສະໜອງຜະລິດຕະພັນຖ້ວຍ, ຈານ, ກ່ອງໃສ່ອາຫານ… ທີ່ເຮັດຈາກກ້ານໝາກ ໃຫ້ຕະຫຼາດປະມານ 500.000 ອັນ. ຜູ້ບໍລິໂພກມີຄວາມເຊື່ອໝັ້ນຕໍ່ຄວາມສະອາດຂອງບັນດາຜະລິດຕະພັນນີ້.

ຜະລິດຕະພັນ ຖ້ວຍຈານເຮັດຈາກກ້ານໝາກ ມີຈຸດດີແມ່ນເບົາ, ສະດວກ, ເປັນມິດກັບສິ່ງແວດລ້ອມ. ລາຄາສົມເຫດສົມຜົນກັບຜູ້ດຳເນີນທຸລະກິດຄືຂ້າພະເຈົ້າ. ແຂກທ່ອງທ່ຽວພາຍຫຼັງທົດລອງບັນດາຜະລິດຕະພັນຢູ່ຮາກຖານການທ່ອງທ່ຽວຂອງຂ້າພະເຈົ້າກໍ່ຢາກຊື້ບັນດາຜະລິດຕະພັນນີ້ເພື່ອນຳໃຊ້ໃນໂອກາດບູຊາບັນພະບຸດລຸດ, ວັນບຸນຕ່າງໆ.

ຜະລິດຕະພັນເຮັດຈາກກ້ານໝາກມີລາຄາພຽງແຕ່ 1.000 – 4.000 ດົ່ງ/ອັນ (ປະມານ 0,04-0,16 USD/ອັນ) ແລະ ອາດສາມາດນຳໃຊ້ຄືນໃໝ່ໄດ້. ພິເສດ, ມັນເປັນມິດກັບສິ່ງແວດລ້ອມ ດັ່ງນັ້ນ ຈິ່ງໄດ້ຮັບຄວາມນິຍົມຈາກຕະຫຼາດບັນດາປະເທດ. ມາຮອດປັດຈຸບັນ, ບັນດາຜະລິດຕະພັນຂອງອ້າຍຕວຽນ ໄດ້ສົ່ງອອກໄປຍັງບັນດາປະເທດລວມມີ: ອາເມລິກາ, ການາດາ, ໂຮນລັງ, ສ.ເກົາຫຼີ, ສິງກະໂປ, ຈີນ, ເຊິ່ງໄດ້ຊ່ວຍຮາກຖານມີລາຍຮັບກ່ວາ 2 ຕື້ດົ່ງ (ປະມານ 78.000USD)/ປີ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ໄທ ຄົ​ນ​ໃໝ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຮີບ​ດ່ວນ

ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ໄທ ຄົ​ນ​ໃໝ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຮີບ​ດ່ວນ

ລັດຖະບານໃໝ່ຈະເຄືື່ອນໄຫວຢ່າງຖືກຕ້ອງ ແລະ ຈະສະເໜີຕົວລັດຖະບານໃຫ່ມໂດຍໄວ.

Top