• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​​ເຈ​ລະ​ຈາ​ທາງ​ໂທ​ລະ​ສັ​ບ​ ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ມາ​ເລ​ເຊຍ

ວັນທີ 23 ຕຸລາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມີການເຈລະຈາທາງໂທລະສັບກັບ ທ່ານ Hishammuddin Hussein ລັດຖະມົນຕີກະຊວງການຕ່າງປະເທດ ມາເລເຊຍ. 

ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ເຈລະຈາທາງໂທລະສັບກັບ ທ່ານ Hishammuddin Hussein ລັດຖະມົນຕີກະຊວງການຕ່າງປະເທດ ມາເລເຊຍ (ພາບ: VGP)

ທ່ານ Hishammuddin Husseinໄດ້ສະແດງຄວາມຊົດ Covid – 19, ທ່ານກໍ່ສະເໜີໃຫ້ສອງປະເທດ ກະກຽມບັນດາເງື່ອນໄຂທີ່ຈຳເປັນໃຫ້ເປັນຢ່າງດີ ເພື່ອເຊື່ອມຕໍ່ສາຍການບິນໂດຍກົງຄືນໃໝ່ໃຫ້ໄວທີ່ສຸດ. ສ່ວນທ່ານ ຟ້າມບິ່ງມິງ ກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ສ້າມເຊີຍຕໍ່ຜົນສຳເລັດຂອງ ຫວຽດນາມ ມາຮອດປັດຈຸບັນໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາງເງື່ອນໄຂເພື່ອໃຫ້ບັນດານັກລົງທຶນ, ນັກຊ່ຽວຊານ, ນັດຄຸ້ມຄອງ, ແຮງງານລະດັບສູງຂອງບັນດາປະເທດ ໃນນັ້ນມີ ມາເລເຊຍ, ໄດ້ເຂົ້າເມືອງ ຫວຽດນາມ, ປະກອບສ່ວນເຂົ້າໃນການຜະລິດ, ດຳເນີນທຸລະກິດຂອງວິສາຫະກິດໃຫ້ເປັນປົກກະຕິ. ທ່ານຟ້າມບິ່ງມິງກໍ່ສະເໜີໃຫ້ມາເລເຊຍ ສືບຕໍ່ມີການປະພຶດໂດຍມະນຸດສະທຳກັບຊາວປະມົງ ທີ່ຖືກຈັບຕົວຢູ່ມາເລເຊຍ ໃຫ້ສອດຄ່ອງກັບກົດໝາຍສາກົນ, ບົນຈິດໃຈສາມັກຄີອາຊຽນ. ລັດຖະມົນຕີສອງທ່ານກໍ່ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນສອງຝ່າຍ ແລະ ກັບບັນດາປະເທດອາຊຽນກ່ຽວກັບບັນດາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ, ສົມທົບກັນຢ່າງແໜ້ນແຟ້ນຈັດຕັ້ງບັນດາກອງປະຊຸມສຸດຍອດອາຊຽນ ແລະ APEC ໃນເດືອນພະຈິກຈະມາເຖິງນີ້ໃຫ້ປະສົບຜົນສຳເລັດ.
(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top