• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ໂອ້​ລົມ​ສົນ​ທະ​ນາ​ລັດ​ຖະ​ບານ ແລະ ວິ​ສາ​ຫະ​ກິດ ​ຮ່ວມ​ເດີນ​ທາງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ

ຕອນເຊົ້າວັນທີ 8 ຕຸລາ ຢູ່ຮ່າໂນ້ຍ, ປະຕູຖານຂໍ້ມູນເອເລັກໂຕນິກລັດຖະບານ ໄດ້ຈັດການໂອ້ລົມສົນທະນາດ້ວຍຫົວຂໍ້ “ລັດຖະບານ ແລະ ວິສາຫະກິດ: ຮ່ວມເດີນທາງຜ່ານຜ່າຄວາມຫຍຸ້ງຍາກ”.

ຕອນເຊົ້າວັນທີ 8 ຕຸລາ ຢູ່ຮ່າໂນ້ຍ, ປະຕູຖານຂໍ້ມູນເອເລັກໂຕນິກລັດຖະບານ ໄດ້ຈັດການໂອ້ລົມສົນທະນາດ້ວຍຫົວຂໍ້ “ລັດຖະບານ ແລະ ວິສາຫະກິດ: ຮ່ວມເດີນທາງຜ່ານຜ່າຄວາມຫຍຸ້ງຍາກ”.

    

ການໂອ້ລົມສົນທະນາລັດຖະບານ ແລະ ວິສາຫະກິດ ຮ່ວມເດີນທາງຜ່ານຜ່າຄວາມຫຍຸ້ງຍາກ

ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນຖືວ່າ ໃນກ່ວາ 2 ປີຜ່ານມາ ຫວຽດນາມ ໄດ້ຜ່ານຜ່າການລະບາດຂອງພະຍາດໂຄວິດ - 19 ທີ່ມີການກະທົບຫຍໍ້ທໍ້ເຖິງທຸກດ້ານຂອງຊີວິດເສດຖະກິດ - ສັງຄົມຂອງປະເທດຊາດ, ໃນນັ້ນມີການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງວິສາຫະກິດ. ທ່ານຟ້າມເຕິນກົງ ປະທານ ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຊີ້ແຈ້ງວ່າ:

        ສຳລັບວິສາຫະກິດແລ້ວ ໃນການຮ່ວມເດີນທາງນີ້, ພວກເຮົາກໍ່ຕ້ອງຮັບຮູ້ ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍກໍ່ຕາມ ແຕ່ດ້ວຍເນື້ອໃນຈິດໃຈຊົນຊາດສູງ, ພິເສດແມ່ນສີສັນຂອງນັກທຸລະກິດ ຫວຽດນາມ, ມີຫົວຄິດປະດິດສ້າງ, ຂະຫຍັນຂັນແຂງ, ໄດ້ຮ່ວມເດີນທາງກັບລັດຖະບານ, ແບ່ງປັນຄວາມຫຍຸ້ງຍາກ, ປະກອບສ່ວນແຫຼ່ງກຳລັງກ້ອນໃຫຍ່ໃຫ້ແກ່ການເຄື່ອນໄຫວປ້ອງກັນຕ້ານພະຍາດ, ກອງທຶນວັກຊິນ ຕະຫຼອດຮອດແຫຼ່ງກຳລັງທາງດ້ານວັດຖຸ, ຊັບພະຍາກອນມະນຸດ… ຂ້າພະເຈົ້າຖືວ່າ ການຮ່ວມເດີນທາງຜ່ານມາແມ່ນດີເລີດ, ໄດ້ຄຽງບ່າຄຽງໄຫຼ່ໄປນຳກັນ.

ບັນດາຄຳເຫັນທີ່ການໂອ້ລົມສົນທະນາກໍ່ຖືວ່າ ການບໍລິຫານຢ່າງມີໄຫວພິບ, ເດັດດ່ຽວຂ້ຽວຂາດຂອງລັດຖະບານ ໃນການປະຕິບັດເປົ້າໝາຍຄວບຄູ່: ທັງປ້ອງກັນຕ້ານພະຍາດຢ່າງມີປະສິດທິຜົນ, ທັງພັດທະນາເສດຖະກິດ, ກໍ່ໄດ້ສະແດງອອກຜ່ານການປະກາດໃຊ້ມະຕິເລກທີ 128 ວ່າດ້ວຍການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມພະຍາດໂຄວິດ - 19 ຢ່າງມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top