• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ 2024: ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Biden ​ມີ​ແນນ​ຜູ້​ສະ​ໜັບ​ສະ​ໜູນ​ສູງກວ່າ ຜູ້​ສະ​ໝັກ​ເລືອກ​ຕັ້ງ Donald Trump

ມີປະມານ 41% ຜູ້ມີສິດເລືອກຕັ້ງ ໄດ້ເຂົ້າຮ່ວມການສຳຫຼວດເປັນເວລາ 5 ວັນ ທີ່ສິ້ນສຸດລົງໃນວັນທີ 8 ເມສາ ໃຫ້ຮູ້ວ່າ ເຂົາເຈົ້າຈະປ່ອນບັດສະໜັບສະໜູນທ່ານ Joe Biden, ໃນຂະນະ ມີ 37% ຜູ້ມີສິດເລືອກຕັ້ງຈະເລືອກສະໜັບສະໜູນທ່ານອະດີດປະທານາທິບໍດີ Donald Trump.
ທ່ານປະທານາທິບໍ ອາເມລິກາ ຄົນປັດຈຸບັນ Joe Biden ແລະ ທ່ານອະດີດປະທານາທິບໍດີ Donald Trump (ພາບ: AFP/TTXVN)

ຕາມໝາກຜົນການສຳຫຼວດຄັ້ງຫຼ້າສຸດ ໂດຍສຳນັກຂ່າວສານ Reuters/Ipsos ປະກາດໃນວັນທີ 10 ເມສາ ແລ້ວ, ທ່ານປະທານາທິບໍດີ ອາເມລິກາ ຄົນປັດຈຸບັນ Joe Biden ໄດ້ສ້າງໄລຍະຫ່າງນຳໜ້າທ່ານອະດີດປະທານາທິບໍດີ Donald Trump  ກ່ອນການດຳເນີນການເລືອກຕັ້ງທົ່ວປະເທດເຊິ່ງຈະດຳເນີນໃນເດືອນ ພະຈິກ ຈະມາເຖິງນີ້, ໃນສະພາບການທີ່ຜູ້ສະໝັກເລືອກຕັ້ງພັກສາທາລະນະກະກຽມປະເຊີນໜ້າກັບວາລະພິພາກສາທຳອິດ ໃນຈຳນວນ 4 ວາລະພິພາກສາຄະດີອາຍາທີ່ຕ້ານຄືນທ່ານ.

ລະອຽດ, ມີປະມານ 41% ຜູ້ມີສິດເລືອກຕັ້ງ ໄດ້ເຂົ້າຮ່ວມການສຳຫຼວດເປັນເວລາ 5 ວັນ ທີ່ສິ້ນສຸດລົງໃນວັນທີ 8 ເມສາ ໃຫ້ຮູ້ວ່າ ເຂົາເຈົ້າຈະປ່ອນບັດສະໜັບສະໜູນທ່ານ Joe Biden, ໃນຂະນະ ມີ 37%  ຜູ້ມີສິດເລືອກຕັ້ງຈະເລືອກສະໜັບສະໜູນທ່ານອະດີດປະທານາທິບໍດີ Donald Trump. ໝາກຜົນນີ້ ໄດ້ຊີ້ໃຫ້ເຫັນ ທ່າໄດ້ປຽບຂອງທ່ານ Joe Biden  ໄດ້ເພີ່ມຂຶ້ນຫຼາຍເມື່ອທຽບໃສ່ຜົນການສຳຫຼວດທີ່ໄດ້ດຳເນີນໃນເດືອນ ມີນາ ຜ່ານມາ. ເຖິງຢ່າງໃດກໍຕາມ, ການຫຼຸດລື່ນກັນ 4% ຂອງຄະແນນລະຫວ່າງຜູ້ສະໝັກເລືອກຕັ້ງ 2 ທ່ານນັ້ນ ຍັງເປັນຕົວເລກທີ່ນອນໃນຄ່າຜິດດ່ຽວຂອງການສຳຫຼວດ.

(ແຫຼ່ງຄັດຈາກ VOV)

ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ແມ່ນແຮງຜັກ​ດັນນຳພາປະເທດຊາດ ພັດທະນາ

ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ແມ່ນແຮງຜັກ​ດັນນຳພາປະເທດຊາດ ພັດທະນາ

ພັກ, ລັດ ຫວຽດນາມ ໄດ້ກຳນົດວ່າ ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ແມ່ນແຮງຜັກ​ດັນຫຼັກ​ ເພື່ອໃຫ້ ປະເທດຊາດພັດທະນາຢ່າງວ່ອງໄວ ແລະ ຍືນຍົງໃນໄລຍະໃໝ່.

Top