• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເຈ​ລະ​ຈາ Shangri La ຄັ້ງ​ທີ 19 ເລິ່ມ​ຕົ້ນເຮັດ​ວຽກ​ມື້ທຳ​ອິດ

ຕອນເຊົ້າວັນທີ 11 ມິຖຸນາ, ຢູ່ສິງກະໂປ, ການເຈລະຈາ Shangri La ຄັ້ງທີ 19 ໄດ້ເລິ່ມຕົ້ນເຮັດວຽກມື້ທີ 1 ຢ່າງເປັນທາງການດ້ວຍ 9 ວາລະປະຊຸມສຳຄັນ.

ຕາມແຜນການ, ວາລະປະຊຸມດ້ວຍຫົວຂໍ້ “ບັນດາບາດກ້າວເດີນຕໍ່ໄປໃນຍຸດທະສາດມະຫາສະໝຸດອິນເດຍ-ປາຊີຟິກ ຂອງອາເມລິກາ” ໄດ້ເປີດສາກໃຫ້ມື້ເຮັດວຽກທາງການທຳອິດຂອງການເຈລະຈາ Shangri La ຄັ້ງທີ 19. ໃນວາລະປະຊຸມຄັ້ງນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Lloyd Austin ມີບົດກ່າວປາໄສເຮັດແຈ້ງນະໂຍບາຍຂອງອາເມລິກາ ທີ່ມີຕໍ່ພາກພື້ນ. ຕໍ່ຈາກນັ້ນ, ບັນດາ ລັດຖະມົນຕີກະຊວງປ້ອງກັນປະເທດອິນໂດເນເຊຍ, ຝະລັ່ງ, ຍີ່ປຸ່ນ ປຶກສາຫາລືຫົວຂໍ້ “ການບໍລິຫານແກ່ງແຍ້ງພູມສາດດ້ານການເມືອງໃນໂລກຫຼາຍຂົ້ວ”.

ຄາດວ່າ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຈະມີບົດກ່າວປາໄສສຳຄັນ ໃນວາລະປຶກສາຫາລືດ້ວຍຫົວຂໍ້ “ຫັນການທະຫານ ແລະ ກຳລັງຄວາມສາມາດດ້ານການປ້ອງກັນຊາດ ເປັນທັນສະໄໝ”.

  ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin  

 ຄືຕາມທຳນຽມແລ້ວ, ເມື່ອເປີດສາກວາລະປະຊຸມຄົບຄະນະແມ່ນກ່າວບົດຄຳເຫັນຂອງຜູ້ຕາງໜ້າ ອາເມລິກາ. ໃນບົດກ່າວຄຳເຫັນຂອງຕົນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ໄດ້ຮຽກຮ້ອງໃຫ້ ທະວີບອາຊີປອດ “ການຮຸກຮານ ແລະ ຖືກນາບຂູ່” ພ້ອມທັງຍົກອອກວິໄສທັດຂອງ ອາເມລິກາ ຕໍ່ພາກພື້ນ.

ດ້ວຍຫົວຂໍ້ວ່າ “ບັນດາບາດກ້າວຕໍ່ໄປໃນຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ”,  ໃນບົດກ່າວຄຳເຫັນຂອງ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ໄດ້ຢັ້ງຢືນຄືນໃໝ່ ແລະ ເດີນຕາມບັນດາທັດສະນະ, ຍຸດທະສາດທີ່ວົງການເຈົ້າໜ້າທີ່ ອາເມລິກາ ໃຫ້ຄຳໝັ້ນສັນຍາຕໍ່ພາກພື້ນ, ຖືນີ້ແມ່ນຈຸດສຸມໃນຍຸດທະສາດຂອງ ອາເມລິກາ, ພ້ອມທັງເນັ້ນໜັກວ່າ ອາເມລິກາ ຈະເປີດກ້ວາງການລົງທຶນ ແລະ ຮຽງບ່າຮຽງໄຫຼ່ກັບບັນດາປະເທດພັນທະມິດ ແລະ ຄູ່ຮ່ວມມື.

(ແຫຼ່ງຄັດຈາກ VOV)

ລັ​ດ​ເຊຍ ຍົກ​ອອກ​ເງື່ອນ​ໄຂ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ New START ຄືນ​ໃໝ່

ລັ​ດ​ເຊຍ ຍົກ​ອອກ​ເງື່ອນ​ໄຂ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ New START ຄືນ​ໃໝ່

ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Ryabkov ປະກາດເງື່ອນໄຂເພື່ອໃຫ້ປະເທດນີ້ເຊື່ອມຕໍ່ການປະຕິບັດສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START) ຢ່າງຄົບຖ້ວນ ນັ້ນແມ່ນ ອາເມລິກາ ຕ້ອງ “ຍົກເລີກ “ນະໂຍບາຍເປັນປໍລະປັກ" ເລັ່ງໃສ່ ລັດເຊຍ.

Top