• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ມີ​ຄວາມ​ໝາຍ​ໃນ​ເຂດ​ຊາຍ​ແດນ​ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ ຫວຽດ​ນາມ

ວັນທີ 2 ກັນຍາ, ບັນດາກົມກອງທະຫານປ້ອງກັນຊາຍແດນແຂວງ ດັກລັກ ໄດ້ສົມທົບກັນ ຈັດບັນດາການເຄື່ອນໄຫວທີ່ມີຄວາມໝາຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ປະເທດ ສສ ຫວຽດນາມ ຄົບຮອບ 78 ປີ (2/9/1945 – 2/9/2023).
(ພາບ: TTXVN)

ທີ່ຕາແສງ Ia Rvê, ເມືອງ Ea Súp, ປ້ອມປ້ອງກັນຊາຍແດນ Ia Rvê ໄດ້ສົມທົບກັບບັນດາຫົວໜ່ວຍແຮກສ່ຽວ ຈັດພິທີເປີດສະຫຼອງຮູບປັ້ນ “ລຸງໂຮ່ ກັບບັນດານັກຮົບຊາຍແດນ”. ໃນວັນດຽວກັນ, ຢູ່ຄະນະກຳມະການ ປຊຊ ຕາແສງ Ia Rvê, ປ້ອມປ້ອງກັນຊາຍແດນ Yok M’re ສົມທົບກັບຄະນະຜູ້ມີໃຈບຸນໃຈກຸສົນເມືອງ ກໍເວິບ (ນະຄອນ ໂຮ່ຈີມິນ) ແລະ ອຳນາດການປົກຄອງທ້ອງຖິ່ນ ໄດ້ມອບຂອງຂວັນ 170 ພູດ, ແຕ່ລະພູດມີມູນຄ່າ 12,5 USD, ກະເປົາຮຽນ 100 ອັນ, ປຶ້ມຮຽນ 1000 ຫົວໃຫ້ແກ່ນັກຮຽນທຸກຍາກທີ່ເປັນຊາວເຜົ່າສ່ວນຫນ້ອຍໃນບໍລະເວນທ້ອງຖິ່ນ.

ກ່ອນໜ້ານັ້ນ, ວັນທີ 31 ສິງຫາ, ຢູ່ປ້ອມປ້ອງກັນຊາຍແດນ ອານແທ້ງບາ (ເມືອງກູລາວຢຸງ, ແຂວງຊອກຈັງ), ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ສົມທົບກັບບາງອົງການຈັດຕັ້ງ ໄດ້ມອບຂອງຂັວນໃຫ້ແກ່ນັກຮຽນເຂດຊາຍແດນທະເລ. ທະຫານປ້ອງກັນຊາຍແດນແຂວງ ກໍ່ໄດ້ສົມທົບກັບຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ຊອກຈັງ ມອບເຮືອນມະຫາສາມັກຄີ 2 ຫຼັງໃຫ້ແກ່ຄອບຄົວປະສົບກັບຄວາມຫຍຸ້ງຍາກເປັນພິເສດເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top