ໂດຍຕອບສະໜອງວັນປຶ້ມ ແລະ ວັດທະນະທຳການອ່ານ ຫວຽດນາມ ຄັ້ງທີ 5 (16 – 24 ເມສາ), ຕອນເຊົ້າວັນທີ 21 ເມສາ, ຢູ່ຖະໜົນປຶ້ມຮ່າໂນ້ຍ ໄດ້ໄຂຂຶ້ນ ວັນບຸນປຶ້ມ ແລະ ວັດທະນະທຳການອ່ານນະຄອນ ຮ່າໂນ້ຍ 2026. ເຫດການໂດຍສຳນັກພິມຈຳໜ່າຍແມ່ຍິງ ຫວຽດນາມ ແລະ 13 ຫົວໜ່ວຍຢູ່ຖະໜົນປ້ຶມຮ່າໂນ້ຍ ຈັດຂຶ້ນແຕ່ວັນທີ 21 – 27 ເມສາ, ດ້ວຍບັນດາການເຄື່ອນໄຫວຄື: ງານວາງສະແດງ, ແນະນຳ, ໂຄສະນາບັນດາຜະລິດຕະພັນປຶ້ມ, ໜັງສືພິມ, ບັນດາການເຄື່ອນໄຫວໂອ້ລົມສົນທະນາ, ພົບປະແລກປ່ຽນບັນດາຫົວຂໍ້ຕ່າງໆ…
ຢູ່ນະຄອນເຫ້ວ, ຕອນເຊົ້າ, ຫໍສະໝຸດສັງລວມນະຄອນ ເຫ້ວ, ພະແນກວັດທະນະທຳ ແລະ ກິລາ ນະຄອນເຫ້ວໄຂວັນປຶ້ມ ແລະ ວັດທະນະທຳການອ່ານ ຫວຽດນາມ ຄັ້ງທີ 5. ດ້ວຍຫົວຂໍ້ “ປຶ້ມ - ພຸມປັນຍາ - ແງ່ຫວັງພັດທະນາປະເທດຊາດ”, ເຫດການໄດ້ປຸກລະດົມການເສັງທູດວັດທະນະທຳການອ່ານປີ 2026 ແລະ ການເສັງໄດ້ອອກແບບຕາມຮູບແບບວາງສະແດງວັດຖຸພັນດ້ວຍຫົວຂໍ້ “ປຶ້ມກັບມໍລະດົກເຫ້ວ”.
ວັນບຸນປຶ້ມ ແລະ ວິທະຍາສາດເຕັກໂນໂລຢີ 2026 ຢູ່ແຂວງ ເຊີນລາໄດ້ໄຂຂຶ້ນໃນຕອນເຊົ້າມື້ນີຢູ່ສະໜາມຫຼວງ ໄຕບັກ, ຕາແສງ ໂຕຫ້ຽວ, ແຂວງເຊີນລາ. ທ່ານ ຫງວຽນດິ່ງຫວຽດ, ປະທານຄະນະກຳມະການປະຊາຊົນແຂວງ ເຊີນລາ ໃຫ້ຮູ້ວ່າ:
ທາງແຂວງ ໄດ້ຍູ້ແຮງການຫັນເປັນດີຈີຕອນໃນການຄຸ້ມຄອງ, ບໍລິຫານເທື່ອລະກ້າວ; ຊຸກຍູ້ການໝູນໃຊ້ວິທະຍາສາດເຕັກໂນໂລຢີໃນການຜະລິດ ແລະ ຊີວິດປະຈຳວັນ, ໜູນຊ່ວຍບັນດາການເຄື່ອນໄຫວນະວັດຕະກຳ, Startup, ພ້ອມທັງຍົກສູງຄວາມສາມາດໃນການສຳຜັດກັບຂໍ້ມູນຂອງປະຊາຊົນ. ວັນບຸນແມ່ນສິ່ງພິສູດຢ່າງລະອຽດໃຫ້ແກ່ການເຊື່ອມຕໍ່ລະຫວ່າງພູມປັນຍາແບບເກົ່າ ແລະ ພູມປັນຍາທັນສະໄໝ, ລະຫວ່າງວັດທະນະທຳ ແລະ ເຕັກໂນໂລຢີດີຈີຕອນ, ລະຫວ່າງການຮຽນ ກັບການພັດທະນາໃນຕົວຈິງ.








