• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ຮ່ວມ​ມື​ແມ່ນ​ປັດ​ໄຈ​ສຳ​ຄັນ​ທີ່​ສຸດ​ເພື່ອ​ຟື້ນ​ຟູ​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ ອາ​ຊີ

ວັນທີ 21 ພຶດສະພາ, ໃນວັນເຮັດວຽກທີ 2 ຂອງກອງປະຊຸມອະນາຄົດອາຊີ, ການນຳບັນດາປະເທດ ໄດ້ຍົກອອກຫຼາຍວິທີການແກ້ໄຂເພື່ອຟື້ນຟູພື້ນຖານເສດຖະກິດ ຂອງບັນດາປະເທດ ອາຊີ ພາຍຫຼັງໂລກລະບາດໂຄວິດ - 19.
ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ (ພາບ: TTXVN)

ດ້ວຍຫົວຂໍ້ “ຟື້ນຟູເສດຖະກິດຜ່ານການຮ່ວມມືດ້ານເຕັກນິກເຕັກໂນໂລຢີ”, ບົດກ່າວປະໄສຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ເນັ້ນໜັກເຖິງການຮ່ວມມື ແລະ ການເຫັນດີເປັນເອກະພາບຂອງບັນດາປະເທດ ອາຊີ ແມ່ນສຳຄັນທີ່ສຸດໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19. ທ່ານ ທອງລຸນ ສີສຸລິດ ໄດ້ຊີ້ແຈ້ງວ່າ: ໃນໄລຍະຫຼັງໂລກລະບາດໂຄວິດ - 19, ບັນດາປະເທດຕ້ອງແບ່ງປັນ ແລະ ຮ່ຳຮຽນເຊິ່ງກັນແລະກັນ ກ່ຽວກັບເສດຖະກິດດີຈີຕອນ, ປັນຍາປະດິດ, ການຄ້າ ເອເລັກໂຕນິກ ແລະ ການແບ່ງປັນພື້ນຖານຂໍ້ມູນຂ່າວສານ, ເຄັດລັບວິທະຍາສາດເຕັກໂນໂລຢີທີ່ສຳຄັນທີ່ສຸດ. ເພື່ອຄວບຄຸມໄດ້ໂລກລະບາດໂຄວິດ - 19, ບັນດາປະເທດ ອາຊີ ຕ້ອງຮ່ວມແຮງຮ່ວມໃຈ ເພື່ອກ້າວຂຶ້ນ, ຊ່ວຍເຫຼືອບັນດາປະເທດພັດທະນາຊ້າກ່ວາ ເພື່ອສາມາດຈະສ້າງໄດ້ ອາຊີ ແຫ່ງການພັດທະນາ, ວັດທະນາຖາວອນ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top