• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ສົ່ງ​ອອກ​ເກີນ​ດຸນບັນ​ລຸ 17 ຕື້ USD ສ້າງ​ກຳ​ລັງ​ໜູນ ແກ່​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ

ບົດລາຍງານຂອງ Fitch Solutions ໄດ້ຕີລາຄາວ່າ ເສດຖະກິດ ຫວຽດນາມ ພວມຢູ່ໃນທ່າຟື້ນຕົວ, ບັນລຸລະດັບເຕີບໂຕ 2,6% ໃນປີ  2020, ຄາດຄະເນວ່າອາດຈະບັນລຸ 8,2% ໃນປີ 2021.

ໃນຂະນະນັ້ນ, HSBC ຄາດຄະເນວ່າ ການເຕີບໂຕ GDP ຂອງ ຫວຽດນາມ ໃນປີ 2020 ບັນລຸ 2,6%. ສ່ວນສຳລັບປີ 2021, HSBC ເຊື່ອໝັ້ນວ່າ ຫວຽດນາມ ຈະຮັບຜົນປະໂຫຍດຈາກການຟື້ນຕົວຍ້ອນເຕັກໂນໂລຢີນຳໜ້າ ແລະ ກະແສທຶນ FDI ມີຄວາມສະຫງົບ, ປົກກະຕິ. HSBC ຫວັງວ່າ ການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນປີ 2021 ຈະບັນລຸລະດັບກວ່າ 8%.

        ໃນມໍ່ໆມານີ້, ໜັງສືພິມ Fortune ຂອງ ອາເມລິກາ ໃຫ້ຂ່າວວ່າ ການເຕີບໂຕໃນຂົງເຂດປະດິດສ້າງ ແລະ ສົ່ງອອກ ໄດ້ຊ່ວຍ GDP ຂອງຫວຽດນາມ ໃນໄຕມາດ 3 ຂອງປີນີ້ ເພີ່ມຂຶ້ນກວ່າ 2,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຊຸກຍູ້ການຟື້ນຕົວເສດຖະກິດຂອງປະເທດຊາດ ຈາກສະພາບຖືກຊຸດໂຊມໃນໄລຍະ 6 ເດືອນຕົ້ນປີ 2020 ຍ້ອນໂລກລະບາດໂຄວິດ - 19. ຕາມກົມໃຫຍ່ສະຖິຕິ, ຖ້າຫາກທຽບໃສ່ຕົວເລກກວ່າ 7 ຕື້ USD ຂອງ ປີກາຍ,  ມູນຄ່າການສົ່ງອອກເກີນດຸນໃນປີນີ້ ໄດ້ເພີ່ມຂຶ້ນກວ່າ 2,3 ເທື່ອ.

(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ພົບ​ປະ​ກັບ​ການ​ນຳຫຼາຍ​ປະ​ເທດ​ຢູ່ນອກກອງ​ປະ​ຊຸມ​ນ້ຳ​ສ​ປ​ຊ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ພົບ​ປະ​ກັບ​ການ​ນຳຫຼາຍ​ປະ​ເທດ​ຢູ່ນອກກອງ​ປະ​ຊຸມ​ນ້ຳ​ສ​ປ​ຊ

ທີ່ການພົບປະກັບເຈົ້າຊີວິດ ໂຮນລັງ Willem Alexander Claus George Ferdinand, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າຫວັງວ່າ ພະບໍລົມວົງສານຸວົງ ແລະ ເຈົ້າຊີວິດເອງ ສືບຕໍ່ສະໜັບສະໜູນຍູ້ແຮງການພົວພັນສອງຝ່າຍຢ່າງຮອບດ້ານ.

Top