• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ສົນ​ທະ​ນາ​ດ້ານນະ​ໂຍ​ບາຍ​ປ້ອງ​ກັນ​ປະ​ເທດ​ຂັ້ນ​ຮອງ​ລັດ​ຖະ​ມົ​ນ​ຕີ ລະ​ຫວ່າງ ຫວ​ຽດ​ນາມ - ສ.ເກົາຫຼີ

ໃນລະຫວ່າງວັນທີ 18 -22 ມິຖຸນາ, ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໂດຍທ່ານ ພົນໂທ ຫງວຽນຈີ້ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເປັນຫົວໜ້າຄະນະໄດ້ເດີນທາງໄປຍັງ ສ.ເກົາຫຼີເພື່ອດຳເນີນການ ສົນທະນານະໂຍບາຍດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ -ສ.ເກົາຫຼີຄັ້ງທີ 8.

ບັນດາຜູ້ແທນເຂົ້າຮ່ວມ ການສົນທະນາດ້ານນະໂຍບາຍປ້ອງກັນປະເທດຂັ້ນຮອງລັດຖະມົນຕີ ລະຫວ່າງ ຫວຽດນາມ - ສ.ເກົາຫຼີ (ພາບ: ແມ້ງຮູງ/TTXVN)

ທີ່ການ ສົນທະນາໃນວັນທີ 20 ມິຖຸນາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຄວາມໝັ້ນຄົງໂລກ, ພາກພື້ນ ແລະ ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ ແລະ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. ກ່ຽວກັບການຮ່ວມມມືປ້ອງກັນຊາດສອງຝ່າຍ, ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ບາງເນື້ອໃນການຮ່ວມມືທີ່ເໝາະສົມກັບຄວາມສາມາດຂອງແຕ່ລະຝ່າຍ. ກ່ຽວກັບກົນໄກການຮ່ວມມືຫຼາຍຝ່າຍ, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ທາບທາມຄຳເຫັນ ແລະ ປະສານສົມທົບກັນໃນບັນດາເວທີປາໄສຫຼາຍຝ່າຍ. ຫວຽດນາມ ໄດ້ຢັ້ງຢືນວ່າ ຈະສະໜັບສະໜູນ ສ.ເກົາຫຼີ ເຂົ້າຮ່ວມບັນດາກົນໄກການຮ່ວມມືຄວາມໝັ້ນຄົງຫຼາຍຝ່າຍຢ່າງມີຄວາມຮັບຜິດຊອບ, ໃນຂະນະນັ້ນ, ສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາວ່າຈະສະໜັບສະໜູນ ຫວຽດນາມ ໃນ ວຽກງານກະກຽມ ແລະ ຈັດຕັ້ງ ເຫດການປ້ອງກັນຊາດ ແລະ ການທະຫານ ໃນປີ 2020 ເມື່ອ ຫວຽດນາມ ດຳລົງຕຳແໜ່ງເປັນປະທານ ອາຊຽນ.
(ແຫຼ່ງຄັດຈາກ VOV)

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top