ຂ່າວສານ
ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກຳນົດ 50 ປີຕໍ່ໄປຂອງການພົວພັນ ຫວຽດນາມ ໄທ
ໂດຍຕອບສຳພາດຂອງນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳທ ຜ່ານທາງໂທລະສັບເມື່ອພວມປະຕິບັດງານຢູ່ນະຄອນຫຼວງ ປາຣີ (ຝລັ່ງ), ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ໄທ Sihasak Phuangketkeow ໄດ້ແບ່ງປັນບັນດາຂໍ້ສັງເກດຍຸດທະສາດ ກ່ອນການຢ້ຽມຢາມໄທຢ່າງເປັນທາງການແຕ່ວັນທີ 27 ພຶດສະພາ ຫາວັນທີ 29 ພຶດສະພາ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານູສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ. ທ່ານ Sihasak Phuangketkeow ຢັ້ງຢືນວ່າ :ການຢ້ຽມຢາມຢ່າງເປັນທາງການນີ້ແມ່ນກຳລັງໜູນໃຫຍ່ເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງກວ່າອີກ, ພ້ອມທັງເປີດວິໄສທັດ 50 ປີຕໍ່ໄປໃຫ້ແກ່ການພົວພັນສອງປະເທດ ອີງຕາມການໜູນຊ່ວຍດ້ານເສດຖະກິດ ແລະ ບົດບາດຫຼັກແຫຼ່ງຂອງສອງປະເທດໃນຄວາມມານະພະຍາຍາມສອງປະເທດອີງໃສ່ ການໜູນຊ່ວຍດ້ານເສດຖະກິດ ແລະ ບົດບາດຫຼັກແຫຼ່ງຂອງສອງປະເທດໃນຄວາມມານະພະຍາຍາມຮັບປະກັນອາຊຽນ ມີສະຖຽນລະພາບ, ຈະເລີນຮຸ່ງເຮືອງ.
ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ໄທ ໃຫ້ຮູ້ວ່າການຢ້ຽມຢາມຢ່າງເປັນທາງການນີ້ໄດ້ສົ່ງສານສຳຄັນກ່ຽວກັບການກຳນົດທິດ ອະນາຄົດໃຫ້ແກ່ການພົວພັນ ຫວຽດນາມ - ໄທ, ເນື່ອງໃນໂອກາດສອງປະເທດ ສະເຫຼີມສະຫຼອງ 50 ປີແຫ່ງການພົວພັນທາງການທູດ.







