• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ພົວ​ພັນ ຫວຽດ​ນາມ - ອົດ​ສະ​ຕາ​ລີ ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ

ການນຳສອງທ່ານກໍ່ເຫັນດີເປັນເອກະພາບສົມທົບກັນຈັດຕັ້ງການເຄື່ອນໄຫວເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 - 2023)ໃນປີ 2023, ໂດຍສະເພາະແມ່ນການແລກປ່ຽນຄະນະຜູ້ແທນ, ພົບປະແລກປ່ຽນວັດທະນະທຳ ແລະ ປະຊາຊົນ.
  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັລຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ David Hurley  

ໃນຂອບເຂດການຢ້ຽມຢາມອົດສະຕາລີ ຢ່າງເປັນທາງການ, ຕາມຄຳເຊື້ອເຊີນຂອງທ່ານ Milton Dick ແລະ ທ່ານນາງ Sue Lines ປະທານສະພາຕ່ຳ ແລະ ສະພາສູງ ອົດສະຕາລີ, ຕອນບ່າຍວັນທີ 30 ພະຈິກ, ຢູ່ທຳນຽບຜູ້ມີອຳນາດເຕັມ, ທີ່ນະຄອນຫຼວງ Canberra, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບ ທ່ານ David Hurley ຜູ້ມີອຳນາດເຕັມແຫ່ງອົດສະຕາລີ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນງານສຳຄັນຂອງ ອົດສະຕາລີພາຍໃຕ້ການນຳພາ ຂອງຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ David Hurley, ພິເສດແມ່ນໄດ້ຈັດຕັ້ງການ ເລືອກຕັ້ງສະພາແຫ່ງຊາດ (5/2022), ສາມາດຄວບຄຸມພະຍາດໂຄວິດ - 19, ນຳການເຄື່ອນໄຫວທົ່ວປະເທດກັບຄືນສູ່ປົກກະຕິ.

ສ່ວນທ່ານ  David Hurley ກໍ່ເຊື່ອໝັ້ນວ່າ ການຢ້ຽມຢາມອົດສະຕາລີຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການພົບພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີກໍ່ຄືລະຫວ່າງອົງການນິຕິບັນຍັດຂອງສອງປະເທດ.

ການນຳສອງທ່ານກໍ່ເຫັນດີເປັນເອກະພາບສົມທົບກັນຈັດຕັ້ງການເຄື່ອນໄຫວເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 - 2023)ໃນປີ 2023, ໂດຍສະເພາະແມ່ນການແລກປ່ຽນຄະນະຜູ້ແທນ, ພົບປະແລກປ່ຽນວັດທະນະທຳ ແລະ ປະຊາຊົນ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top