ຂ່າວສານ
ການພົວພັນ ຫວຽດນາມ - ການາດາ ຈະກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຍຸດທະສາດກວ່າ, ຮອບດ້ານກວ່າ
ຕອນເຊົ້າວັນທີ 24 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ທຳນຽບຜູ້ສຳເລັດລາດຊະການ ການາດາ ຢູ່ນະຄອນຫຼວງ Ottawa, ທ່ານ ນາງ Louise Arbour ຜູ້ສຳເລັດລາດຊະການ ການາດາ ໄດ້ເປັນປະທານພິທີຕ້ອນຮັບ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເນື່ອງໃນໂອກາດໄປຢ້ຽມຢາມທາງລັດຖະກິດ ການາດາ ຢ່າງສົມກຽດ.
ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງພິທີການຕ້ອນຮັບຢ່າງສົມກຽດ, ທ່ານ ນາງ Louise Arbour ຜູ້ສຳເລັດລາດຊະການ ການາດາ ໄດ້ຢັ້ງຢືນການຢ້ຽມຢາມແມ່ນໂອກາດເພື່ອໃຫ້ສອງຝ່າຍພ້ອນກັນຮັບຮູ້ບັນດາຜົນສຳເລັດທີ່ບັນລຸໄດ້ ແລະ ມຸ່ງໄປເຖິງອະນາຄົດ. ໃນໂລກທີ່ເຕັມໄປດ້ວຍການຜັນແປຢ່າງເລິກເຊິ່ງ, ການຮ່ວມມືຍັງແມ່ນເສັ້ນທາງດີທີ່ສຸດເພື່ອໃຫ້ສອງປະເທດພ້ອມກັນຜ່ານຜ່າບັນດາສິ່ງທ້າທາຍເຊິ່ງປະຊາຊົນສອງປະເທດພວມປະເຊີນໜ້າ, ຊຸກຍູ້ຄວາມວັດທະນາຖາວອນ ແລະ ປະກອບສ່ວນເຂົ້າໃນຄວາມສະຖຽນລະພາບອັນຍາວນານ.
ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຊື່ອໝັ້ນວ່າ ການພົວພັນ ຫວຽດນາມ - ການາດາ ຈະກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຍຸດທະສາດກວ່າ, ຮອບດ້ານກວ່າ, ແທ້ຈິງກວ່າ ແລະ ມີປະສິດທິຜົນກ່ວາ.
ພວກຂ້າພະເຈົ້າຫວັງວ່າ ການຢ້ຽມຢາມນີ້ຈະເປີດພາກໃໝ່ໃນການພົວພັນ ຫວຽດນາມ - ການາດາ, ສ່ອງແສງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໃນລະດັບສູງໃໝ່, ຄວາມສະໜິດຕິດພັນທີ່ນັບມື້ນັບເລິກເຊິ່ງກ່ຽວກັບຜົນປະໂຫຍດ ແລະ ວິໄສທັດ, ກໍ່ຄືຄວາມຕັດສິນໃຈຂອງສອງປະເທດ ພ້ອມກັນສ້າງການພົວພັນອັນຍາວນານ, ມີສະຖຽນລະພາບ, ແທ້ຈິງ ແລະ ກາຍເປັນແບບຢ່າງທີ່ດີໃນການຮ່ວມມືລະຫວ່າງສອງປະເທດຢູ່ສອງຝັ່ງ ປາຊີຟິກ.
ໃນການພົບປະກັນພາຍຫຼັງພິທີຕ້ອນຮັບລະດັບຊາດ, ທ່ານ ນາງ Louise Arbour ຢັ້ງຢືນວ່າ ການາດາ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ພາກພື້ນ. ການາດາ ພ້ອມແລ້ວທີ່ຈະເສີມຂະຫຍາຍທ່າແຮງກ່ຽວກັບແຫຼ່ງກຳລັງ, ອຸດສາຫະກຳ, ການສຶກສາ, ພະລັງງານ, ກະສິກຳ ແລະ ການເງິນ ເພື່ອເພີ່ມທະວີການຮ່ວມມືກັບ ຫວຽດນາມ.






