ຂ່າວສານ

ການ​ພົວ​ພັນ ຫວຽດ​ນາມ - ກາ​ນາ​ດາ​ ຈະ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທ​ະ​ນາ​ໃໝ່, ຍຸດ​ທະ​ສາດກວ່າ, ຮອບ​ດ້ານກວ່າ

ໃນ​ໂລກທີ່​ເຕັມ​ໄປ​ດ້ວຍ​ການ​ຜັນ​ແປ​ຢ່າງ​ເລິກ​ເຊິ່ງ, ການ​ຮ່ວມ​ມື​ຍັງ​ແມ່ນ​ເສັ້ນ​ທາງ​ດີ​ທີ່​ສຸດ​ເພື່ອ​ໃຫ້​ສອງ​ປະ​ເທດ​ພ້ອມ​ກັນ​ຜ່ານ​ຜ່າ​ບັນ​ດາ​ສິ່ງ​ທ້າ​ທາຍ​ເຊິ່ງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ພວມ​ປະ​ເຊີນ​ໜ້າ, ຊຸກ​ຍູ້ຄວາມ​ວັດ​ທະ​ນາ​ຖາ​ວອນ ແລະ ປະ​ກອບ​ສ່ວນ​ເຂົ້າໃນຄວາມ​ສະ​ຖຽນ​ລະ​ພາບອັນ​ຍາວ​ນານ.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ (ພ​າບ: VNA)  

ຕອນ​ເຊົ້າ​ວັນ​ທີ 24 ກັນ​ຍາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ຢູ່​ທຳ​ນຽບ​ຜູ້​ສຳ​ເລັດ​ລາດ​ຊະ​ການ ກາ​ນາ​ດາ ​ຢູ່​ນະ​ຄອນຫຼວງ Ottawa, ທ່ານ ນາງ Louise Arbour ຜູ້​ສຳ​ເລັດ​ລາດ​ຊະ​ການ ກາ​ນາ​ດາ ໄດ້​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ ​ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ ກາ​ນາ​ດາ ຢ່າງ​ສົມ​ກຽດ.

ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ພາຍຫຼັງ​ພິ​ທີ​ການ​ຕ້ອນ​ຮັບ​ຢ່າງ​ສົມ​ກຽດ, ທ່ານ ນາງ Louise Arbour ຜູ້​ສຳ​ເລັດ​ລາດ​ຊະ​ການ ກາ​ນາ​ດາ ໄດ້​ຢັ້ງ​ຢືນ​ການ​ຢ້ຽມ​ຢາມ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ພ້ອນ​ກັນ​ຮັບ​ຮູ້​ບັນ​ດາ​ຜົນ​ສຳ​ເລັດ​ທີ່​ບັນ​ລຸ​ໄດ້ ແລະ ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ. ໃນ​ໂລກທີ່​ເຕັມ​ໄປ​ດ້ວຍ​ການ​ຜັນ​ແປ​ຢ່າງ​ເລິກ​ເຊິ່ງ, ການ​ຮ່ວມ​ມື​ຍັງ​ແມ່ນ​ເສັ້ນ​ທາງ​ດີ​ທີ່​ສຸດ​ເພື່ອ​ໃຫ້​ສອງ​ປະ​ເທດ​ພ້ອມ​ກັນ​ຜ່ານ​ຜ່າ​ບັນ​ດາ​ສິ່ງ​ທ້າ​ທາຍ​ເຊິ່ງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ພວມ​ປະ​ເຊີນ​ໜ້າ, ຊຸກ​ຍູ້ຄວາມ​ວັດ​ທະ​ນາ​ຖາ​ວອນ ແລະ ປະ​ກອບ​ສ່ວນ​ເຂົ້າໃນຄວາມ​ສະ​ຖຽນ​ລະ​ພາບອັນ​ຍາວ​ນານ.

ສ່ວນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຊື່ອ​ໝັ້ນ​ວ່າ ​ການ​ພົວ​ພັນ ຫວຽດ​ນາມ - ກ​າ​ນາ​ດາ ຈະ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່, ຍຸດ​ທະ​ສາດ​ກວ່າ, ຮອບ​ດ້ານກວ່າ, ແທ້​ຈິງກວ່າ ແລະ ມີ​ປະ​ສິດ​ທິ​ຜົນ​ກ່​ວາ.

ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ ການ​ຢ້ຽມ​ຢາມ​ນີ້​ຈະ​ເປີດ​ພາກ​ໃໝ່​ໃນ​ການ​ພົວ​ພັນ ຫວຽດ​ນາມ - ກາ​ນາ​ດາ, ສ່ອງ​ແສ​ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ໃນລະ​ດັບ​ສູງໃໝ່, ຄວາມ​ສະ​ໜິດ​ຕິດ​ພັນ​ທີ່​ນັບ​ມື້​ນັບ​ເລິກ​ເຊິ່ງ​ກ່ຽວ​ກັບ​ຜົນ​ປະ​ໂຫຍດ ແລະ ວິ​ໄສ​ທັດ, ກໍ່​ຄື​ຄວາມ​ຕັດ​ສິນ​ໃຈ​ຂອງ​ສອງ​ປະ​ເທດ​ ພ້ອມ​ກັນ​ສ້າງ​ການ​ພົວ​ພັນ​ອັນຍາວ​ນານ, ມີ​ສະ​ຖຽນ​ລະ​ພາບ, ແທ້​ຈິງ ແລະ ກາຍ​ເປັນ​ແບບ​ຢ່າງ​ທີ່​ດີ​ໃນ​ກາ​ນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ຢູ່​ສອງ​ຝັ່ງ​ ປາ​ຊີ​ຟິກ.

ໃນ​ການ​ພົບ​ປະ​ກັນ​ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ​ລະ​ດັບ​ຊາດ, ທ່ານ ນາງ Louise Arbour ຢັ້ງ​ຢືນ​ວ່າ ກາ​ນາ​ດາ ຖື ຫວຽດ​ນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຢູ່​ພາກ​ພື້ນ. ກາ​ນາ​ດາ ​ພ້ອມ​ແລ້ວ​ທີ່​ຈະ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ກ່ຽວ​ກັ​ບ​ແຫຼ່ງ​ກຳ​ລັງ, ອຸດ​ສ​າ​ຫະ​ກຳ, ການ​ສຶກ​ສາ, ພະ​ລັງ​ງານ, ກະ​ສິ​ກຳ ແລະ ການ​ເງິນ ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມືກັບ ຫວຽດ​ນາມ.


top