• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ຜັນ​ແປ​ຫຼ້າ​ສຸດ​ກ່ຽວ​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ

ນັບແຕ່ເວລາ 00 ໂມງ 00 ນາທີຂອງວັນທີ 8 ເມສາ, ນະຄອນ ອູຫັ້ນ ແຂວງຫູເປີຍຂອງຈີນ ເຊິ່ງເປັນແຫຼ່ງກຳເນີດໂລກລະບາດໂຄວິດ - 19 ຂອງຈີນ ໄດ້ຍົກເລີກຄຳສັ່ງປິດລ້ອມ ຢ່າງເປັນທາງການ. ພາຍຫຼັງຍົກເລີກຄຳສັ່ງດັ່ງກ່າວ, ມີປະຊາຊົນ ນັບພັນຄົນໄດ້ຫຼັ່ງໄຫຼໄປຍັງສະຖານີລົດໄຟ ເພື່ອເດີນທາງອອກຈາກ ອູຫັ້ນ. ກ່ອນໜ້ານັ້ນ, ໃນວັນທີ 07 ເມສາ, ຈີນ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 62 ຄົນ.

ນັບແຕ່ເວລາ 00 ໂມງ 00 ນາທີຂອງວັນທີ 8 ເມສາ, ນະຄອນ ອູຫັ້ນ ແຂວງຫູເປີຍຂອງຈີນ ໄດ້ຍົກເລີກຄຳສັ່ງປິດລ້ອມ ຢ່າງເປັນທາງການ (ພາບ: TTXVN)

ສ່ວນຢູ່ໃນໂລກ, ຕາມການສະຖິຕິຂອງເວັບໄຊ worldometers.info ຍັງສະແດງໃຫ້ເຫັນບັນດາຕົວເລກທີ່ເປັນໜ້າວິຕົກກັງວົນ. ຕາມນັ້ນແລ້ວ, ໄລ່ຮອດຕອນເຊົ້າວັນທີ 08 ເມສາ, ຍອດຈຳນວນຜູ້ຕິດເຊື້ອພະຍາດໂຄວິດ 19 ໃນທົ່ວໂລກໄດ້ຂຶ້ນເຖິງ 1.426.600 ກໍລະນີ, ໃນນັ້ນ ຈຳນວນກໍລະນີເສຍຊີວິດແມ່ນເກືອບ 82.000 ກໍລະນີ ແລະ ໂລກກໍຢັ້ງຢືນວ່າ ມີຜູ້ຕິດເຊື້ອ 301.800 ຄົນ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ. ປັດຈຸບັນ, ໂລກລະບາດໂຄວິດ - 19 ໄດ້ແຜ່ລະບາດອອກສູ່ 209 ປະເທດ ແລະ ເຂດແຄວ້ນໃນໂລກ.

ອາເມລິກາ ຍັງຄົງແມ່ນປະເທດມີຜູ້ຕິດເຊື້ອຫຼາຍກວ່າໝູ່ໃນໂລກດ້ວຍຈຳນວນຜູ້ຕິດເຊື້ອໄວຣັດ SARS-CoV-2 ຫຼາຍກວ່າ 396.400 ຄົນ ໃນນັ້ນ ມີກວ່າ 12.800 ຄົນເສຍຊີວິດ. ຖັດມາແມ່ນ ແອັດສະປາຍ, ອີຕາລີ, ຝລັ່ງ ແລະ ເຢຍລະມັນຕາມລຳດັບ.

ໃນຂະນະນັ້ນ, ຢູ່ອັງກິດ, ພາຍໃນ ເວລາພຽງແຕ່ 24 ຊົ່ວໂມງເທົ່ານັ້ນ, ປະເທດນີ້ໄດ້ຢັ້ງຢືນວ່າມີຜູ້ເສຍຊີວິດຕື່ມອີກ 786 ຄົນ.

ສ່ວນຢູ່ ລັດເຊຍ, ສະພາບການຮ້າຍແຮງສືບຕໍ່ເພີ່ມຂຶ້ນຢູ່ປະເທດນີ້, ເມື່ອໃນວັນທີ 7 ເມສາ, ວົງການເຈົ້າໜ້າທີ່ຂອງລັດເຊຍ ໄດ້ປະກາດວ່າ ປະເທດນີ້ໄດ້ຢັ້ງຢືນມີຫຼາຍກວ່າ 1.100 ກໍລະນີຕິດເຊື້ອ, ອັນໄດ້ຍົກຈໍານວນຜູ້ຕິດເຊື້ອຢູ່ປະເທດນີ້ຂຶ້ນເປັນເກືອບ 7.500 ຄົນ.

 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top