• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ: ຂ້າຫຼວງ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ກ່າວ​ເຕືອນ​ຜົນ​ກະ​ທົບ​ຢູ່ຫຼາ​ຍ​ປະ​ເທດ

ວັນທີ 11 ກັນຍາ, ທ່ານ Volker Turk ຂ້າຫຼວງໃຫຍ່ ສປຊ ກ່ຽວກັບສິດທິມະນຸດ ໃຫ້ຮູ້ວ່າ ການປ່ຽນແປງຂອງດິນຟ້າອາກາດ ພວມກໍ່ສະພາບການຮີບດ່ວນກ່ຽວກັບສິດທິມະນຸດຢູ່ຫຼາຍປະເທດໃນໂລກ.

ພາບປະກອບ: THX/TTXVN
ກ່າວຄຳເຫັນໄຂກອງປະຊຸມ ສະພາສິດທິມະນຸດ ສປຊ ຄັ້ງທີ 54 ຢູ່ ເຊີແນວ (ສະວິດ), ທ່ານ Volker Turk ໄດ້ຊີ້ໃຫ້ເຫັນບັນດາພະຍານຫຼັກຖານ ຫວ່າງມໍ່ໆມານີ້ ກ່ຽວກັບວິກິດການສະພາບແວດລ້ອມໃນໂລກ, ໃນນັ້ນມີສະພາບການໄພແຫ້ງແລ້ງ, ແດດຮ້ອນຢ່າງຮ້າຍແຮງ, ມົດລະພິດເກີນລະດັບ ແລະ ແຫຼ່ງສະໜອງນ້ຳຢູ່ Basra ( ອີຣັກ)ພວມຫຼຸດລົງຢ່າງວ່ອງໄວ. ທ່ານເນັ້ນໜັກວ່າ ຜົນເສຍຫາຍທີ່ນັບມື້ນັບເພີ່ມຂຶ້ນແມ່ນສະພາບການຮີບດ່ວນ ກ່ຽວກັບສິດທິມະນຸດ ຕໍ່ອີຣັກ ແລະ ຫຼາຍປະເທດໃນໂລກ. ລະອຽດແມ່ນ ການປ່ຽນແປງຂອງດິນຟ້າອາກາດ ພວມເຮັດໃຫ້ປະຊາຊົນນັບລ້ານຄົນຕົກເຂົ້າສູ່ສະພາບການອຶດຫິວ, ທຳລາຍຄວາມຫວັງ, ກາລະໂອກາດ, ເຮືອນຊານ ແລະ ຊີວິດອິນຊີຂອງປະຊາຊົນ. ໃນຊຸມເດືອນມໍ່ໆມານີ້, ມີຄຳກ່າວເຕືອນຫຼາຍຢ່າງໄດ້ກາຍເປັນຄວາມຈິງຢ່າງຕໍ່ເນື່ອງໃນທົ່ວໂລກ. ດັ່ງນັ້ນ, ໂລກຕ້ອງມີການກະທຳຢ່າງຮີບເຮັ່ງໃນທັນທີ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ​ຢ່າງ​ແຮງ

ພັດ​ທະ​ນາເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ​ຢ່າງ​ແຮງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ​ໄດ້​ສະ​ເໜີ​ຊຸກ​ຍູ້​ຢ່າງ​ແຮງ​ຮູບ​ແບບ​ສາມ​ອົງ​ການ​ລວມ​ມີ: ລັດ - ສະ​ຖາ​ບັນ, ໂຮງ​ຮຽນ - ວິ​ສາ​ຫະ​ກິດ​ເພື່ອທະ​ລຸ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ການ​ຄົ້ນ​ຄ້ວາ, ພັ​​ດທະ​ນາ ແລະ ຫັນ​ເຕັກ​ໂນ​ໂລ​ຢີ​ເປັນ​ການ​ຄ້າ.

Top