ຂ່າວສານ ການປ່ຽນແປງຂອງດິນຟ້າອາກາດ: ຂ້າຫຼວງໃຫຍ່ ສປຊ ກ່ຽວກັບສິດທິມະນຸດກ່າວເຕືອນຜົນກະທົບຢູ່ຫຼາຍປະເທດ 13/09/2023 ວັນທີ 11 ກັນຍາ, ທ່ານ Volker Turk ຂ້າຫຼວງໃຫຍ່ ສປຊ ກ່ຽວກັບສິດທິມະນຸດ ໃຫ້ຮູ້ວ່າ ການປ່ຽນແປງຂອງດິນຟ້າອາກາດ ພວມກໍ່ສະພາບການຮີບດ່ວນກ່ຽວກັບສິດທິມະນຸດຢູ່ຫຼາຍປະເທດໃນໂລກ. ພາບປະກອບ: THX/TTXVNກ່າວຄຳເຫັນໄຂກອງປະຊຸມ ສະພາສິດທິມະນຸດ ສປຊ ຄັ້ງທີ 54 ຢູ່ ເຊີແນວ (ສະວິດ), ທ່ານ Volker Turk ໄດ້ຊີ້ໃຫ້ເຫັນບັນດາພະຍານຫຼັກຖານ ຫວ່າງມໍ່ໆມານີ້ ກ່ຽວກັບວິກິດການສະພາບແວດລ້ອມໃນໂລກ, ໃນນັ້ນມີສະພາບການໄພແຫ້ງແລ້ງ, ແດດຮ້ອນຢ່າງຮ້າຍແຮງ, ມົດລະພິດເກີນລະດັບ ແລະ ແຫຼ່ງສະໜອງນ້ຳຢູ່ Basra ( ອີຣັກ)ພວມຫຼຸດລົງຢ່າງວ່ອງໄວ. ທ່ານເນັ້ນໜັກວ່າ ຜົນເສຍຫາຍທີ່ນັບມື້ນັບເພີ່ມຂຶ້ນແມ່ນສະພາບການຮີບດ່ວນ ກ່ຽວກັບສິດທິມະນຸດ ຕໍ່ອີຣັກ ແລະ ຫຼາຍປະເທດໃນໂລກ. ລະອຽດແມ່ນ ການປ່ຽນແປງຂອງດິນຟ້າອາກາດ ພວມເຮັດໃຫ້ປະຊາຊົນນັບລ້ານຄົນຕົກເຂົ້າສູ່ສະພາບການອຶດຫິວ, ທຳລາຍຄວາມຫວັງ, ກາລະໂອກາດ, ເຮືອນຊານ ແລະ ຊີວິດອິນຊີຂອງປະຊາຊົນ. ໃນຊຸມເດືອນມໍ່ໆມານີ້, ມີຄຳກ່າວເຕືອນຫຼາຍຢ່າງໄດ້ກາຍເປັນຄວາມຈິງຢ່າງຕໍ່ເນື່ອງໃນທົ່ວໂລກ. ດັ່ງນັ້ນ, ໂລກຕ້ອງມີການກະທຳຢ່າງຮີບເຮັ່ງໃນທັນທີ.

ວັນທີ 11 ກັນຍາ, ທ່ານ Volker Turk ຂ້າຫຼວງໃຫຍ່ ສປຊ ກ່ຽວກັບສິດທິມະນຸດ ໃຫ້ຮູ້ວ່າ ການປ່ຽນແປງຂອງດິນຟ້າອາກາດ ພວມກໍ່ສະພາບການຮີບດ່ວນກ່ຽວກັບສິດທິມະນຸດຢູ່ຫຼາຍປະເທດໃນໂລກ. ພາບປະກອບ: THX/TTXVNກ່າວຄຳເຫັນໄຂກອງປະຊຸມ ສະພາສິດທິມະນຸດ ສປຊ ຄັ້ງທີ 54 ຢູ່ ເຊີແນວ (ສະວິດ), ທ່ານ Volker Turk ໄດ້ຊີ້ໃຫ້ເຫັນບັນດາພະຍານຫຼັກຖານ ຫວ່າງມໍ່ໆມານີ້ ກ່ຽວກັບວິກິດການສະພາບແວດລ້ອມໃນໂລກ, ໃນນັ້ນມີສະພາບການໄພແຫ້ງແລ້ງ, ແດດຮ້ອນຢ່າງຮ້າຍແຮງ, ມົດລະພິດເກີນລະດັບ ແລະ ແຫຼ່ງສະໜອງນ້ຳຢູ່ Basra ( ອີຣັກ)ພວມຫຼຸດລົງຢ່າງວ່ອງໄວ. ທ່ານເນັ້ນໜັກວ່າ ຜົນເສຍຫາຍທີ່ນັບມື້ນັບເພີ່ມຂຶ້ນແມ່ນສະພາບການຮີບດ່ວນ ກ່ຽວກັບສິດທິມະນຸດ ຕໍ່ອີຣັກ ແລະ ຫຼາຍປະເທດໃນໂລກ. ລະອຽດແມ່ນ ການປ່ຽນແປງຂອງດິນຟ້າອາກາດ ພວມເຮັດໃຫ້ປະຊາຊົນນັບລ້ານຄົນຕົກເຂົ້າສູ່ສະພາບການອຶດຫິວ, ທຳລາຍຄວາມຫວັງ, ກາລະໂອກາດ, ເຮືອນຊານ ແລະ ຊີວິດອິນຊີຂອງປະຊາຊົນ. ໃນຊຸມເດືອນມໍ່ໆມານີ້, ມີຄຳກ່າວເຕືອນຫຼາຍຢ່າງໄດ້ກາຍເປັນຄວາມຈິງຢ່າງຕໍ່ເນື່ອງໃນທົ່ວໂລກ. ດັ່ງນັ້ນ, ໂລກຕ້ອງມີການກະທຳຢ່າງຮີບເຮັ່ງໃນທັນທີ.