• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ສູງ​ສຸດຄົນ​ໃໝ່​ຂອງ ອີ​ຣານ ໄດ້ຍົກ​ອອກ​ສານ​ເປັນ​ຄັ້ງ​ທຳ​ອິດ

ທ່ານໄດ້ເນັ້ນໜັກເຖິງເນື້ອໃນທີ່ວ່າ “ຕ້ອງນຳໃຊ້ໄມ້ງັດປິດລ້ອມ ຊ່ອງແຄບທະເລ Hormuz ຢ່າງແນ່ນອນ” ແລະ ບັນດາປະເທດເຂດອ່າວ ຕ້ອງປິດປະຕູບັນດາຖານທີ່ໝັ້ນການທະຫານຂອງ ອາເມລິກາ ທີ່ຕັ້ງຢູ່ດິນແດນຂອງເຂົາເຈົ້າ. ທ່ານໄດ້ກ່າວສານດັ່ງກ່າວໃນຊ່ອງໂທລະພາບແຫ່ງລັດຂອງ ອີຣານ.
ທ່ານ Mojtaba Khamenei ການນຳສູງສຸດຄົນໃໝ່ຂອງ ອີຣານ, ໃນການຖະແຫຼງຂ່າວເມື່ອວັນທີ 13/10/2024. (ພາບເອກະສານ: Hamed Jafarnejad/ISNA/WANA/REUTERS)

ວັນທີ 12 ມີນາ, ທ່ານ Mojtaba Khamenei ການນຳສູງສຸດຄົນໃໝ່ຂອງ ອີຣານ, ໄດ້ຍົກອອກສານຄັ້ງທຳອິິດນັບແຕ່ເມື່ອຮັບດຳລົງຕຳແໜ່ງ, ຮຽກຮ້ອງໃຫ້ມີການຕໍ່ຕ້ານ, ພ້ອມທັງອອກຄຳສັ່ງໃຫ້ສືບຕໍ່ປິດປະຕູເສັ້ນທາງຂົນສົ່ງທາງທະເລທີ່ສຳຄັນຜ່ານຊ່ອງແຄບທະເລ Hormuz. ທ່ານໄດ້ເນັ້ນໜັກເຖິງເນື້ອໃນທີ່ວ່າ “ຕ້ອງນຳໃຊ້ໄມ້ງັດປິດລ້ອມ    ຊ່ອງແຄບທະເລ Hormuz ຢ່າງແນ່ນອນ” ແລະ ບັນດາປະເທດເຂດອ່າວ ຕ້ອງປິດປະຕູບັນດາຖານທີ່ໝັ້ນການທະຫານຂອງ ອາເມລິກາ ທີ່ຕັ້ງຢູ່ດິນແດນຂອງເຂົາເຈົ້າ. ທ່ານໄດ້ກ່າວສານດັ່ງກ່າວໃນຊ່ອງໂທລະພາບແຫ່ງລັດຂອງ ອີຣານ.

        ກໍໃນວັນດຽວກັນ, ກຳລັງທະຫານພິທັກປະຕິວັດ ອິດສະລາມ ອີຣານ (IRGC) ຖະແຫຼງວ່າ ຈະສືບຕໍ່ປິດປະຕູຊ່ອງແຄບທະເລ Hormuz ຍຸດທະສາດພາຍຫຼັງຄຳຮຽກຮ້ອງຂອງການນຳສູງສຸດຂອງປະເທດນີ້.

        ໃນສະພາບການຄວາມເຄັ່ງຕຶງດ້ານການທະຫານຢູ່ ຕາເວັນອອກກາງ ສືບຕໍ່ເພີ່ມຂຶ້ນ, ກໍໃນວັນທີ 12 ມີນາ, ທ່ານ Mohammad Bagher Ghalibaf ປະທານສະພາແຫງຊາດ ອີຣານ ກ່າວເຕືອນວ່າ ເຕເຮຣານ ຈະ “ບໍ່ລະງັບໃຈ” ຖ້າ ອາເມລິກາ ຫຼື ອິດສະຣາແອັນ ບຸກໂຈມຕີບໍ່ວ່າດອນເກາະແຫ່ງໃດຂອງ ອີຣານ ຢູ່ເຂດອ່າວ ເປີເຊຍ.

(ແຫຼ່ງຄັດຈາກ VOV)

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ຕອນເຊົ້າວັນທີ 13 ມີນາ, ຢູ່ເຂດອຸດສາຫະກຳສູງ ຮວ່າລາກ, ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາຜູ້ແທນໄດ້ຕັດແຖບຜ້າເປີດສະຫຼອງກິດຈະກຳສູນອາວະກາດ ຫວຽດນາມ. ນີ້ແມ່ນພື້ນຖານໂຄງລ່າງທີ່ທັນສະໄໝ, ມີຂອບຂະໜາດ ແລະ ລະດັບເຕັກໂນໂລຢີນອນໃນກຸ່ມກ້າວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໄດ້ຜັນຂະຫຍາຍດ້ວຍແຫຼ່ງທຶນຊ່ວຍເຫຼືອຫຼ້າ (ODA) ຂອງລັດຖະບານ ຍີ່ປຸ່ນ ລວມມູນຄ່າລົງທຶນກວ່າ 7.000 ຕື້ດົ່ງ (280 ລ້ານ USD).

Top