• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ລາວ ປາດ​ຖະ​ໜາ​ຢາກ​ໃຫ້​ VOV ສືບ​ຕໍ່​ໜູນ​ຊ່ວຍ​ການ​ພັດ​ທະ​ນາ​ໃນ​ຂົງ​ເຂດ​ກະ​ຈາຍ​ສຽງ

ທ່ານຮອງນາຍົກລັດຖະມົນຕີ ລາວ ກິແກ້ວ ໄຂຄຳພິທູນ ປາດຖະໜາວ່າ ວິທະຍຸກະຈາຍສຽງ ຫວຽດນາມ ແລະ ສະຖານີວິທະຍຸກະຈາຍສຽງ ແຫ່ງຊາດລາວ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນປະສົບການໃນຂົງເຂດກະຈາຍສຽງ, ອອກອາກາດ ກໍຄື ບຳລຸງກໍ່ສ້າງນັກຂ່າວ, ບັນນາທິການ, ນັກເຕັກນິກຂອງລາວ.
ທ່ານຮອງນາຍົກລັດຖະມົນຕີ ລາວ ກິແກ້ວ ໄຂຄຳພິທູນ ຕ້ອນຮັບຄະນະປະຕິບັດງານຂອງ VOV (ພາບ: VOV)

ໃນຂອບເຂດການເຄື່ອນໄຫວຢູ່ ລາວ, ຕອນເຊົ້າວັນທີ 30 ມັງກອນ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານຮອງນາຍົກລັດຖະມົນຕີ ລາວ ກິແກ້ວ ໄຂຄຳພິທູນ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານວິທະຍຸກະຈາຍສຽງ ຫວຽດນາມ (VOV) ໂດຍທ່ານຮອງຜູ້ອຳນວຍການໃຫຍ່ ເຈິ່ນມິງຮຸ່ງ ນຳໜ້າ.  ທີ່ການຕ້ອນຮັບ, ທ່ານຮອງຜູ້ອຳນວຍການໃຫຍ່ VOV ເຈິ່ນມິງຮຸ່ງ ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນຂອງການດຳເນີນພິທີເປີດ ແລະ ມອບ  - ຮັບໂຄງການສະຖານີວິທະຍຸ, ໂທລະພາບ ແຂວງ ໄຊສົມບູນ ແລະ ໂຄງການລົງທຶນປ່ຽນແປງໃໝ່ເຄື່ອງອຸປະກອນເຕັກໂນໂລຢີຢູ່ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ລາວ. ນີ້ແມ່ນສອງໃນຈໍານວນຫຼາຍໂຄງການນຳໃຊ້ທຶນຊ່ວຍເຫຼືອລ້າຂອງລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ແກ່ລັດຖະບານ ລາວ, ໂດຍວິທະຍຸກະຈາຍສຽງ ຫວຽດນາມ ເປັນເຈົ້າຂອງໂຄງການ, ປະຕິບັດ.  ທ່ານຮອງຜູ້ອຳນວຍການໃຫຍ່ ເຈິ່ນມິງຮຸ່ງ ຢັ້ງຢືນວ່າ ຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງວິທະຍຸສອງປະເທດໃຫ້ນັບມື້ນັບພັດທະນາ ກໍຄືໜູນຊ່ວຍລາວ ໃນການຍົກສູງວິຊາສະເພາະໃນຂົງເຂດກະຈາຍສຽງ.

ທ່ານຮອງນາຍົກລັດຖະມົນຕີ ລາວ ກິແກ້ວ ໄຂຄຳພິທູນ ປາດຖະໜາວ່າ ວິທະຍຸກະຈາຍສຽງ ຫວຽດນາມ ແລະ ສະຖານີວິທະຍຸກະຈາຍສຽງ ແຫ່ງຊາດລາວ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນປະສົບການໃນຂົງເຂດກະຈາຍສຽງ, ອອກອາກາດ ກໍຄື ບຳລຸງກໍ່ສ້າງນັກຂ່າວ, ບັນນາທິການ, ນັກເຕັກນິກຂອງລາວ.

ພິທີເປີດ ແລະ ມອບ - ຮັບໂຄງການ “ລົງທຶນປ່ຽນແປງໃໝ່ເຄື່ອງອຸປະກອນເຕັກໂນໂລຢີຢູ່ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ລາວ” (ພາບ: VOV)

ກໍໃນຕອນເຊົ້າຂອງວັນດຽວກັນ, ໄດ້ດຳເນີນພິທີເປີດ ແລະ ມອບ - ຮັບໂຄງການ “ລົງທຶນປ່ຽນແປງໃໝ່ເຄື່ອງອຸປະກອນເຕັກໂນໂລຢີຢູ່ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ລາວ”

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະເດີນທາງໄປຢ້ຽມຢາມສະຫະພັນ ລັດເຊຍ ແລະ ສ.ຝລັ່ງ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະເດີນທາງໄປຢ້ຽມຢາມສະຫະພັນ ລັດເຊຍ ແລະ ສ.ຝລັ່ງ

ການຢ້ຽມຢາມ 2 ປະເທດດັ່ງກ່າວຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປະຕິບັດຕາມຄຳເຊື້ອເຊີນຂອງທ່ານ Vladimir Putin ປະທານາທິບໍດີ ສະຫະພັນ ລັດເຊຍ ແລະ ທ່ານ Emmanuel Macron, ປະທານາທິບໍດີ ສ.ຝລັ່ງ.

Top