• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ພັກ, ລັດ ເຂົ້າ​ສຸ​ສານ​ໄຫວ້​ອາ​ໄລ​ປະ​ທານ ໂຮ່​ຈີ​ມິນ

ຕອນເຊົ້າວັນທີ 31 ສິງຫາ, ບັນດາການນຳ, ອະດີດການນຳພັກ, ລັດ ພ້ອມດ້ວຍການນຳກະຊວງ, ຂະແໜງການ ແລະ ນະຄອນ ຮ່າໂນ້ຍ ໄດ້ເຂົ້າສຸສານວາງພວງມາລາ ໄຫວ້ອາໄລປະທານ ໂຮ່ຈີມິນ.
  ບັນດາການນຳ, ອະດີດການນຳພັກ, ລັດ ພ້ອມດ້ວຍການນຳກະຊວງ, ຂະແໜງການ ແລະ ນະຄອນ ຮ່າໂນ້ຍ ເຂົ້າສຸສານວາງພວງມາລາ ໄຫວ້ອາໄລປະທານ ໂຮ່ຈີມິນ (ພາບ: VGP)  

ໂດຍສະເຫຼີມສະຫຼອງວັນສະຖາປະນາປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 78 ປີ (ວັນທີ 02/09/1945 – 02/09/2023), ຕອນເຊົ້າວັນທີ 31 ສິງຫາ, ບັນດາການນຳ, ອະດີດການນຳພັກ, ລັດ ພ້ອມດ້ວຍການນຳກະຊວງ, ຂະແໜງການ ແລະ ນະຄອນ ຮ່າໂນ້ຍ ໄດ້ເຂົ້າສຸສານວາງພວງມາລາ ໄຫວ້ອາໄລປະທານ ໂຮ່ຈີມິນ. ເຂົ້າຮ່ວມພິທີໄຫວ້ອາໄລ ລວມມີ: ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ; ການນຳບັນດາຄະນະ, ຂະແໜງການ, ໝູ່ຄະນະຂັ້ນສູນກາງ…

ຕໍ່ໜ້າດວງວິນຍານຂອງປະທານ ໂຮ່ຈີມິນ, ບັນດາການນຳພັກ, ລັດ ຫວຽດນາມ ໄດ້ສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອ ແລະ ເຄົາລົບນັບຖືຜົນງານອັນຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ ທີ່ມີຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດເປັນເອກະພາບ, ສ້າງສາປະເທດ ຫວຽດນາມ ສັງຄົມນິຍົມ.

ໃນຕອນເຊົ້າຂອງວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກໍໄດ້ເຂົ້າຈູດທູບໃຕ້ທຽນອາໄລຫາປະທານ ໂຮ່ຈີມິນ ຢູ່ເຮືອນເລກທີ 67, ເຂດປູຊະນີຍະສະຖານ ປະທານ ໂຮ່ຈີມິນ ຢູ່ ທຳນຽບປະທານປະເທດ ຢູ່ນະຄອນຫຼວງ ຮ່າໂນ້ຍ.

ກໍໃນຕອນເຊົ້າວັນດຽວກັນ, ຄະນະຜູ້ແທນອົງຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ, ໂດຍທ່ານ ຫງວຽນວັນເນັນ, ເລຂາພັກນະຄອນ ເປັນຫົວໜ້າຄະນະ, ໄດ້ວາງພວງມາລາ, ຈູດທູບໃຕ້ທຽນອາໄລຫາປະທານ ໂຮ່ຈີມິນ, ປະທານ ໂຕນດຶກຖັງ ຢູ່ຫໍພິພິທະພັນ ໂຮ່ຈີມິນ - ສາຂານະຄອນ ໂຮ່ຈີມິນ (ເມືອງ 4).  

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິທະຍາສາດເຕັກໂນໂລຊີ ຫວຽດນາມ - ສະຫະພັນ ລັດເຊຍ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິທະຍາສາດເຕັກໂນໂລຊີ ຫວຽດນາມ - ສະຫະພັນ ລັດເຊຍ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສະຫະພັນລັດເຊຍ, ຕອນເຊົ້າວັນທີ (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫຼວງ ມົດສະກູ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ-ລັດເຊຍ ດ້ວຍຫົວຂໍ້ “ການເຊື່ອມຕໍ່ເຕັກໂນໂລຊີຍຸດທະສາດ”.

Top