ເນື່ອງໃນໂອກາດລະນຶກ 76 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 - 27/7/2023), ຕອນເຊົ້າວັນທີ 27 ກໍລະກົດ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ໄດ້ໄປວາງພວງມາລາ ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ ອະນຸສາວາລີ ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ (ຖະໜົນ ບັກເຊີນ - ຮ່າໂນ້ຍ) ແລະ ເຂົ້າສຸສານ ອາໄລຫາປະທານໂຮ່ຈີມິນ.
ເຂົ້າຮ່ວມພິທີ ມີທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ທ່ານນາງ ເຈືອງທິມາຍຜູ້ປະຈຳການຄະນະເລຂາ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ທ່ານ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ.
ຫຼັງຈາກນັ້ນ, ບັນດາການນຳພັກ, ລັດ ໄດ້ໄປວາງພວງມາລາ ຢູ່ສຸສານ ອາໄລຫາປະທານໂຮ່ຈີມິນ. ບັນດາຜູ້ແທນສະແດງຄວາມເຄົາລົບນັບຖືອາໄລຫາຕໍ່ຄຸນງາມຄວາມດີອັນຍິ່ງໃຫຍ່ຂອງເພິ່ນ ຕໍ່ພາລະກິດແຫ່ງການປະຕິວັດຂອງ ພັກ ແລະ ຊາດ.
76 ປີຜ່ານມາ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລ, ປະຕິບັດວຽກງານຕອບບຸນແທນຄຸນຕໍ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະ ພໍ່ແມ່ພີ່ນ້ອງໃຫ້ເປັນຢ່າງດີ. ເປົ້າໝາຍຜູ້ມີຄຸນງາມຄວາມດີນັບມື້ນັບຫຼາຍຂຶ້ນ, ລະບົບໃຫ້ບຸລະມິສິດນັບມື້ນັບໄດ້ຮັບການຍົກສູງ ຕິດພັນກັບການຮັບປະກັນຄວາມສະເໝີພາບ ແລະ ຄວາມເຫັນດີເຫັນພ້ອມຂອງສັງຄົມ.
ເນື່ອງໃນໂອກາດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ພ້ອມກັບບັນດາອົງການທີ່ກ່ຽວຂ້ອງຍູ້ແຮງວຽກງານເອົາໃຈໃສ່ເບິ່ງແຍງດູແລ ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ລະດົມແຫຼ່ງກຳລັງຂອງສັງຄົມ ໃຫ້ແກ່ການຕອບບຸນແທນຄຸນ, ເບິ່ງແຍງດູແລຊີວິດ ດ້ານວັດຖຸ ແລະ ຈິດໃຈຂອງຜູ້ມີຄຸນງາມຄວາມດີໃຫ້ດີກ່ວາເກົ່າ.








