• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ທູດ​ແຜ່​ກະ​ຈາຍ​ຮູບ​ພາບ ຫວຽດ​ນາມ​ ແຫ່ງ​ເອກ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ສັນ​ຕິ​ພາບ, ມິດ​ຕະ​ພາບ ແລະ ພັດ​ທະ​ນາ

ທ່ານປະທານປະເທດ ເລືອງເກື່ອງ ໄດ້ຊົມເຊີຍບັນດາທ່ານເອກອັກຄະລັດຖະທູດ ແລະ ຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຢູ່ຕ່າງປະເທດທີ່ຫາກໍ່ໄດ້ຮັບການແຕ່ງຕັ້ງ.
(ພາບ: VOV)

ການທູດແຜ່ກະຈາຍຮູບພາບ ຫວຽດນາມ ແຫ່ງເອກລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ ແລະ ພັດທະນາ. ນີ້ແມ່ນຄຳຮຽກຮ້ອງຂອງທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ທີ່ມີຕໍ່ບັນດາທ່ານເອກອັກຄະລັດຖະທູດ ແລະ ຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຢູ່ຕ່າງປະເທດ ໄດ້ຮັບການແຕ່ງຕັ້ງ ທີ່ພິທີມອບຂໍ້ຕົກລົງໃນຕອນເຊົ້າວັນທີ 10 ຕຸລາຢູ່ສຳນັກງານປະທານປະເທດ.

    ທ່ານປະທານປະເທດ ເລືອງເກື່ອງ  ໄດ້ຊົມເຊີຍບັນດາທ່ານເອກອັກຄະລັດຖະທູດ ແລະ ຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຢູ່ຕ່າງປະເທດທີ່ຫາກໍ່ໄດ້ຮັບການແຕ່ງຕັ້ງ ແລະ ສະເໜີໃຫ້ບັນດາພະນັກງານການທູດ ຕ້ອງສືບຕໍ່ຊາບຊືມ, ກຳແໜ້ນແນວທາງແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ. ໂດຍສະເພາະແມ່ນມະຕິເລກທີ 59 ຂອງກົມການເມືອງ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່:

  ຫວຽດນາມ ພັດທະນາເສດຖະກິດ ສັງຄົມ ແຕ່ຕ້ອງຮັກສາໄດ້ສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອສ້າງສາ, ພັດທະນາປະເທດຊາດ. ດັ່ງນັ້ນ, ຄວາມຮັບຜິດຊອບຂອງບັນດາສະຫາຍແມ່ນໃຫ່ຍຫຼວງ, ຕ້ອງສ້າງອົງການການທູດຢູ່ຕ່າງປະເທດສາມັກຄິກັນ, ເອກະພາບ, ມີການພົວພັນທີ່ດີກັບປະເທດເພື່ອນ ແລະ ເປັນເຈົ້າການເປັນທີ່ປຶກສາ ກັບການນຳກະຊວງການຕ່າງປະເທດ ເພື່ອເປັນເສນາທິການໃຫ້ພັກ, ລັດ ເພື່ອມີບັນດາລັດຖະນະໂຍບາຍທີ່ເໝາະສົມ. ຈາກນັ້ນ, ປະຕິບັດໃຫ້ຖືກຕ້ອງ, ສະເໝີຕົ້ນສະເໝີປາຍແນວທາງການຕ່າງປະເທດ ຫວຽດນາມ ແມ່ນຢາກເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ວາງໃຈ ແລະ ສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມໂລກ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top