ຂ່າວສານ ການຕ່າງປະເທດຫວຽດນາມປີ 2022 ເສີມຂະຫຍາຍສີສັນ “ໄມ້ໄຜ່ ຫວຽດນາມ” ຢ່າງແຮງ 02/01/2023 ການຕ່າງປະເທດ ຫວຽດນາມ ປີ 2022 ໄດ້ເສີມຂະຫຍາຍສີສັນ “ໄມ້ໄຜ່ ຫວຽດນາມ” ຢ່າງແຮງ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ມີບົດຂຽນໃນວັນທຳອິດຂອງປີໃໝ່ 2023 ຊີ້ແຈ້ງວ່າ ສະພາບການສາກົນ ໃນປີ 2022 ສືບຕໍ່ຜ່ານຜ່າການຜັນແປໃຫຍ່ຫຼວງ, ໄວວາ, ສັບສົນຫຼາຍຢ່າງ ແລະ ເກີນຄາດຄິດ. ພົ້ນເດັ່ນ ແມ່ນ ສືບຕໍ່ປັບປຸງສະພາບການພົວພັນຕ່າງປະເທດເປັນປົກກະຕິ, ສ້າງຄວາມສະດວກແກ່ການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງທີ່ຕັ້ງບົດບາດ, ອິດທິພົນຊື່ສຽງຂອງປະເທດບົນເວທີສາກົນ. ກ່ຽວກັບການພົວພັນຫຼາຍຝ່າຍ, ສືບຕໍ່ເສີມຂະຫຍາຍບົດບາດ, ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຢູ່ບັນດາກົນໄກ, ເວທີປາໄສຫຼາຍຝ່າຍສຳຄັນ, ໂດຍສະເພາະແມ່ນ ສປຊ, ອາຊຽນ, APEC, ການຮ່ວມມືຢູ່ອະນຸພາກພື້ນແມ່ນ້ຳຂອງ. ປີ 2022, ຫວຽດນາມ ໄດ້ຮັບຄວາມໄວ້ວາງໃຈຈາກປະຊາຄົມສາກົນ ເມື່ອຮັບດຳລົງຕຳແໜ່ງ ໃນຫຼາຍອົງການຈັດຕັ້ງສາກົນທີ່ສຳຄັນຄື ຮອງປະທານກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 77, ສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025, ຄະນະກຳມະການລະຫວ່າງລັດຖະບານ ສົນທິສັນຍາ 2003 ກ່ຽວກັບການອະນຸລັກຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງ ຢູແນັດໂກ ອາຍຸການ 2022 –2026. ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໃຫ້ຂໍ້ສັງເກດວາ່ ຜົນງານການພົວພັນຕ່າງປະເທດ ແລະ ການທູດປີ 2022 ກໍຄື ນັບແຕ່ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກມາຮອດປັດຈຸບັນນີ້ ໄດ້ຢັ້ງຢືນວິທີການພົວພັນ ແລະ ຕ່າງປະເທດແບບ “ໄມ້ໄຜ່ ຫວຽດນາມ” ອີງໃສ່ພື້ນຖານແນວຄິດການຕ່າງປະເທດ ໂຮ່ຈີມິນ ແລະ ເປັນມູນເຊື້ອ, ສີສັນການທູດ, ວັດທະນະທຳຂອງຊາດ ແມ່ນເໝາະສົມກັບເງື່ອນໄຂສະເພາະຂອງ ຫວຽດນາມ ແລະ ສະໜອງຄວາມຕ້ອງການພັດທະນາຂອງປະເທດຊາດໃນໄລຍະປັດຈຸບັນ. (ແຫຼ່ງຄັດຈາກ VOV)

ການຕ່າງປະເທດ ຫວຽດນາມ ປີ 2022 ໄດ້ເສີມຂະຫຍາຍສີສັນ “ໄມ້ໄຜ່ ຫວຽດນາມ” ຢ່າງແຮງ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ມີບົດຂຽນໃນວັນທຳອິດຂອງປີໃໝ່ 2023 ຊີ້ແຈ້ງວ່າ ສະພາບການສາກົນ ໃນປີ 2022 ສືບຕໍ່ຜ່ານຜ່າການຜັນແປໃຫຍ່ຫຼວງ, ໄວວາ, ສັບສົນຫຼາຍຢ່າງ ແລະ ເກີນຄາດຄິດ. ພົ້ນເດັ່ນ ແມ່ນ ສືບຕໍ່ປັບປຸງສະພາບການພົວພັນຕ່າງປະເທດເປັນປົກກະຕິ, ສ້າງຄວາມສະດວກແກ່ການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງທີ່ຕັ້ງບົດບາດ, ອິດທິພົນຊື່ສຽງຂອງປະເທດບົນເວທີສາກົນ. ກ່ຽວກັບການພົວພັນຫຼາຍຝ່າຍ, ສືບຕໍ່ເສີມຂະຫຍາຍບົດບາດ, ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຢູ່ບັນດາກົນໄກ, ເວທີປາໄສຫຼາຍຝ່າຍສຳຄັນ, ໂດຍສະເພາະແມ່ນ ສປຊ, ອາຊຽນ, APEC, ການຮ່ວມມືຢູ່ອະນຸພາກພື້ນແມ່ນ້ຳຂອງ. ປີ 2022, ຫວຽດນາມ ໄດ້ຮັບຄວາມໄວ້ວາງໃຈຈາກປະຊາຄົມສາກົນ ເມື່ອຮັບດຳລົງຕຳແໜ່ງ ໃນຫຼາຍອົງການຈັດຕັ້ງສາກົນທີ່ສຳຄັນຄື ຮອງປະທານກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 77, ສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025, ຄະນະກຳມະການລະຫວ່າງລັດຖະບານ ສົນທິສັນຍາ 2003 ກ່ຽວກັບການອະນຸລັກຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງ ຢູແນັດໂກ ອາຍຸການ 2022 –2026. ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໃຫ້ຂໍ້ສັງເກດວາ່ ຜົນງານການພົວພັນຕ່າງປະເທດ ແລະ ການທູດປີ 2022 ກໍຄື ນັບແຕ່ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກມາຮອດປັດຈຸບັນນີ້ ໄດ້ຢັ້ງຢືນວິທີການພົວພັນ ແລະ ຕ່າງປະເທດແບບ “ໄມ້ໄຜ່ ຫວຽດນາມ” ອີງໃສ່ພື້ນຖານແນວຄິດການຕ່າງປະເທດ ໂຮ່ຈີມິນ ແລະ ເປັນມູນເຊື້ອ, ສີສັນການທູດ, ວັດທະນະທຳຂອງຊາດ ແມ່ນເໝາະສົມກັບເງື່ອນໄຂສະເພາະຂອງ ຫວຽດນາມ ແລະ ສະໜອງຄວາມຕ້ອງການພັດທະນາຂອງປະເທດຊາດໃນໄລຍະປັດຈຸບັນ.
ບັນດາບົດຕໍ່ໄປ ທ່ານນາຍົກລັດຖະມົນຕີ ເລມິນຮຶງ ແບ່ງປັນການກຳນົດທິດການຮ່ວມມືຈຸດສຸມລະຫວ່າງ ອາຊຽນ ແລະ ລັດເຊຍ18/06/2026ຂ່າວສານຕາມທ່ານແລ້ວ, 2 ຝ່າຍຕ້ອງຮ່ວມມືກັນສ້າງບັນດາລະບົບສະໜອງທີ່ມີສະຖຽນລະພາບ, ມີໄຫວພິບ ແລະ ມີຄວາມສາມາດຕ້ານທານສູງຕໍ່ບັນດາການຜັນແປຢູ່ພາຍນອກ ກອງປະຊຸມສຸດຍອດ ອາຊຽນ - ລັດເຊຍ ປີ 2026 ສ້າງແງ່ຫວັງການພົວພັນຮ່ວມມື ອາຊຽນ - ລັດເຊຍ18/06/2026ຂ່າວສານສືບຕໍ່ສ້າງສະມາຄົມນັກຮົບເກົ່າ ຫວຽດນາມ ໝັ້ນຄົງເຂັ້ມແຂງຮອບດ້ານ18/06/2026ຂ່າວສານWorld Cup 2026: ບັນດາຮູບແບບ AI ຈີນ ແຂ່ງກັນຄາດເດົາໝາກຜົນ World Cup18/06/2026ຂ່າວສານWorld Cup 2026: Messi ສ້າງຂີດໝາຍປະຫວັດສາດໃນ World Cup17/06/2026ຂ່າວສານຫວຽດນາມ ເປີດກວ້າງການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດຢູ່ Eurosatory17/06/2026ຂ່າວສານໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ 1417/06/2026ຂ່າວສານ ອ່ານເພີ່ມ