• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການໂອ້ລົມສົນທະນາເສດຖະກິດຫວຽດນາມ - ລັດເຊຍ

      ໂດຍນອນໃນຂອບເຂດການຢ້ຽມຢາມລັດເຊຍ ຢ່າງເປັນທາງການ, ຕອນເຊົ້າວັນທີ 30 ມິຖຸນາ (ຕາເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ມົດສະກູ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໄຂການໂອ້ລົມສົນທະນາເສດຖະກິດຫວຽດນາມ - ລັດເຊຍ.

(ທີ່ການໂອ້ລົມສົນທະນາເສດຖະກິດຫວຽດນາມ - ລັດເຊຍ)
      ການໂອ້ລົມສົນທະນາໂດຍກະຊວງແຜນການ ແລະ ການລົງທຶນຫວຽດນາມ ສົມທົບກັບກະຊວງພັດທະນາເສດຖະກິດລັດເຊຍ ຈັດຕັ້ງ.
        ກ່າວຄຳເຫັນຕໍ່ໜ້າບັນດາປະຊາຄົມວິສາຫະກິດ 2 ປະເທດ, ທ່ານປະທານປະເທດ ເຈີນດ້າຍກວາງ ຊີ້ແຈ້ງວ່າ: ບັນດາວິສາຫະກິດສະຫະພັນລັດເຊຍ ໄດ້ລົງທຶນກວ່າ 1 ຕື້ USD ເຂົ້າຫວຽດນາມ, ແມ່ນຄູ່ຮ່ວມມືຢືນອັນດັບທີ 23/119 ປະເທດ ແລະ ເຂດແຄ້ວນທີ່ມີເງິນລົງທຶນເຂົ້າຫວຽດນາມ. ທ່ານປະທານປະເທດ ເຈີນດ້າຍກວາງ ຢືນຢັນວ່າ, ຍາມໃດຫວຽດນາມ ກໍຊົມເຊີຍ, ຕ້ອນຮັບບັນດາແຫຼ່ງເງິນລົງທຶນຈາກສະຫະພັນລັດເຊຍ ແລະ ຖືວ່າ ອະນາຄົດຂອງການພົວພັນຮ່ວມມືລະຫວ່າງ 2 ປະເທດ ບໍ່ພຽງແຕ່ອີງໃສ່ເຂົ້າໃນຄວາມປາດຖະໜາ ແລະ ຄວາມມານະພະຍາຍາມຂອງ 2 ລັດ ແລະ ປະຊາຊົນ 2 ປະເທດເທົ່ານັ້ນ, ຫາກຍັງຂຶ້ນກັບວິໄສທັດ ແລະ ຄວາມຕັດສິນໃຈຂອງປະຊາຄົມວິສາຫະກິດອີກດ້ວຍ. ທ່ານປະທານປະເທດ ເຈີນດ້າຍກວາງ ປາດຖະໜາວ່າ, ປະຊາຄົມວິສາຫະກິດ 2 ປະເທດພ້ອມກັນກະກຽມທຸກເງື່ອນໄຂເພື່ອຕ້ອນຮັບກາລະໂອກາດໃໝ່, ແບ່ງປັນບັນດາແນວຄວາມຄິດໃໝ່, ບັນດາມາດຕະການຢ່າງມີຫົວຄິດປະດິດສ້າງ, ເສີມຂະຫຍາຍທ່າແຮງ, ກາຍເປັນກຳລັງນຳໜ້າໃນການຮ່ວມມື ແລະ ຮ່ວມສຳພັນເສດຖະກິດ, ປະກອບສ່ວນປັບປຸງ ແລະ ເຮັດໃຫ້ການພົວພັນມິດຕະພາບລະຫວ່າງ 2 ປະເທດເລິກເຊິ່ງກວ່າ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ສົ່ງເສີມບັນດານັກລົງທຶນມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ

ຫວຽດນາມ ສົ່ງເສີມບັນດານັກລົງທຶນມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ

ທ່ານປະທານປະເທດຊົມເຊີຍ ແລະ ສົ່ງເສີມບັນດານັກລົງທຶນ ມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ ຕາມການກຳນົດທິດຍຸດທະສາດ

Top