• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການໂອ້ລົມສົນທະນາສັງຄົມອາຊຽນ ຄັ້ງທີ 11

ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາ ໄດ້ປຶກສາຫາລື 2 ເນື້ອໃນຕົ້ນຕໍ ລວມມີ: ໂລກລະບາດໂຄວິດ 19 ແລະ ບັນດາການກະທົບຕໍ່ວຽກງານໃນໂລກ; ສ້າງອາຊຽນ ຄືນໃຫມ່ໃຫ້ດີກວ່າເກົ່າ.

 ພາບປະກອບ

ຕອນບ່າຍວັນທີ 17 ທັນວາ ດ້ວຍບົດບາດແມ່ນປະທານ ອາຊຽນ 2020, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສົມທົບກັບ ສະພາກຳມະບານບໍລິການບັນດາປະເທດ ອາຊຽນ ຈັດຕັ້ງການໂອ້ລົມສົນທະນາສັງຄົມ ອາຊຽນ ຄັ້ງທີ 11 ດ້ວຍ ຫົວຂໍ້ “ສ້າງ ອາຊຽນ ສະຫນິດຕິດພັນ ແລະ ເປັນເຈົ້າການຮັບມື ຫລັງໂຄວິດ 19”. ເຂົ້າຮ່ວມການໂອ້ລົມສົນທະນາ ມີບັນດາຜູ້ຕາງຫນ້າຂອງກອງປະຊຸມເຈົ້າຫນ້າທີ່ອາວຸໂສ ອາຊຽນ ກ່ຽວກັບແຮງງານ, ຄະນະເລຂາ ອາຊຽນ, ຜູ້ຕາງຫນ້າບັນດາອົງການຂອງແຮງງານ ແລະ ຜູ້ນຳໃຊ້ແຮງງານ ອາຊຽນ, ອົງການຈັດຕັ້ງສາກົນໃນພາກພື້ນ.

 ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາ ໄດ້ປຶກສາຫາລື 2 ເນື້ອໃນຕົ້ນຕໍ ລວມມີ: ໂລກລະບາດໂຄວິດ 19 ແລະ ບັນດາການກະທົບຕໍ່ວຽກງານໃນໂລກ; ສ້າງອາຊຽນ ຄືນໃຫມ່ໃຫ້ດີກວ່າເກົ່າ. ອີງໃສ່ການປຶກສາຫາລື, ບັນດາຂໍ້ສະເຫນີຢູ່ພາກພື້ນຂອງການໂອ້ລົມສົນທະນາໄດ້ຍົກອອກມາ ເພື່ອແນໃສ່ສະຫນອງຂໍ້ສະເຫນີແນະໃຫ້ບັນດາປະເທດສະມາຊິກ ອາຊຽນ ໃນການເປັນເຈົ້າການຮັບມືກັບການກະທົບຈາກໂຄວິດ 19 ຫລື ບໍ່ວ່າໂລກລະບາດໃດອາດຈະເກີດຂຶ້ນໃນອະນາຄົດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຈະ​ພ້ອມ​ກັບ ​ລາວ ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ແກ່​ສາຍ​ພົວ​ພັນ​ທີ່​ຍິ່ງ​ໃຫຍ່, ຄວາ​ມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ

ຫວຽດ​ນາມ ຈະ​ພ້ອມ​ກັບ ​ລາວ ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ແກ່​ສາຍ​ພົວ​ພັນ​ທີ່​ຍິ່ງ​ໃຫຍ່, ຄວາ​ມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ

ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ສະເໜີກະຊວງການຕ່າງປະເທດສອງປະເທດສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດກະກຽມໃຫ້ດີທີ່ສຸດບັນດາການເຄື່ອນໄຫວທາງການທູດສຳຄັນໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນໃນປີ 2025, ສອງປະເທດລວ້ນແຕ່ມີບັນດາເຫດການສຳຄັນ.

Top