
ກ່າວຄໍາເຫັນໄຂການໂອ້ລົມສົນທະນາ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ໃຫ້ຮູ້ວ່າ ບັນດາຄຳຄິດເຫັນທີ່ນຳມາປຶກສາຫາລືໃນການໂອ້ລົມສົນທະນາ ແມ່ນຊ່ອງຂໍ້ມູນທີ່ລໍ້າຄ່າເພື່ອໃຫ້ສະພາແຫ່ງຊາດຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ ກ່ຽວກັບເສດຖະກິດ - ສັງຄົມ. ເວທີປາໄສກໍແມ່ນບ່ອນເພື່ອໃຫ້ບັນດານັກຊ່ຽວຊານ, ນັກວິທະຍາສາດ, ຜູ້ຄຸ້ມຄອງສະແດງທັດສະນະລົງເລິກວິຊາການ, ເອກະລາດ, ດ້ວຍຫຼາຍແງ່ມູມ ແລະ ມີລັກສະນະສ້າງສັນຂອງຕົນ ເພື່ອພັດທະນາເສດຖະກິດ - ສັງຄົມໃຫ້ບັນລຸຄຸນນະພາບ ແລະ ຍືນຍົງ. ແຜນນະໂຍບາຍຂອງພັກ, ລັດ ຫວຽດນາມ ແມ່ນສຸມໃສ່ຄວບຄຸມໂລກລະບາດເພື່ອຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ, ສ້າງພື້ນຖານແກ່ການຟື້ນຟູ, ພັດທະນາເສດຖະກິດ; ພ້ອມທັງຮັກສາ, ຟື້ນຟູການເຄື່ອນໄຫວເສດຖະກິດໃຫ້ມີຄວາມສາມາດ, ແຫຼ່ງກຳລັງ ແລະ ເງື່ອນໄຂປ້ອງກັນ, ຕ້ານໂລກລະບາດ.
ໃນການໂອ້ລົມສົນທະນາ, ບັນດາຜູ້ແທນພາຍໃນປະເທດ ແລະ ສາກົນ ໄດ້ກ່າວຄຳເຫັນ, ແລກປ່ຽນ, ຍົກໃຫ້ເຫັນຢ່າງພົ້ນເດັ່ນບັນດາຂໍ້ສັງເກດ, ການຕີລາຄາກ່ຽວກັບສະພາບການພິເສດຂອງສາກົນ ແລະ ພາຍໃນປະເທດ, ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ບັນດາບັນຫາໃຫຍ່, ຈຸດສຸມ, ຈາກນັ້ນທາບທາມຄຳເຫັນ, ຍົກອອກມາດຕະການ, ຂໍ້ສະເໜີແນະທີ່ເໝາະສົມໃຫ້ປີ 2022 ແລະ ຊຸມປີຕໍ່ໄປ.ກ່າວຄຳເຫັນສະຫຼຸບການໂອ້ລົມສົນທະນາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢືນຢັນວ່າ, ສະພາແຫ່ງຊາດຮັບຟັງບັນດາຄຳເຫັນຂອງນັກຊ່ຽວຊານ, ບັນດາກະຊວງ, ຂະແໜງການຕີລາຄາກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ການເງິນ, ງົບປະມານ, ການລົງທຶນພາກລັດຂອງປີ 2021 ເພື່ອໃຫ້ມີບັນດາຫຼັກຖານວິທະຍາສາດ, ພຶດຕິກຳຕົວຈິງ, ຄຳຕັດສິນລັດຖະນະໂຍບາຍ ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງເສດຖະກິດ-ສັງຄົມ, ການເງິນ, ງົບປະມານຂອງປີ 2022.
“ສະພາແຫ່ງຊາດຄວນເພີ່ມທະວີກຳລັງຄວາມສາມາດໃນການສ້າງລະບອບລະບຽບການໃນທຸກຂົງເຂດກວ່າອີກ ນັບທັງໃນສະເພາະໜ້າ ແລະ ໃນໄລຍະຍາວ. ເພີ່ມທະວີການອະພິປາຍຢູ່ຂັ້ນຄະນະກຳມາທິການ, ສະພາຊົນເຜົ່າ, ບັນດາອົງການຂອງສະພາແຫ່ງຊາດກ່ຽວກັບບັນດາບັນຫາທີ່ສົນໃຈ ເພື່ອໃຫ້ພວກເຮົາປະກອບຄຳເຫັນ, ຮ່ວມເດີນທາງພ້ອມກັບລັດຖະບານ, ນາຍົກລັດຖະມົນຕີ ໃນວຽກງານປ້ອງກັນ ຕ້ານໂລກລະບາດໄດ້ຫຼາຍທີ່ສຸດ, ລະດົມກຳລັງແຮງຂອງທັງລະບົບການເມືອງຢ່າງສຸດຂີດ.”
(ແຫຼ່ງຄັດຈາກ VOV)