• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການໂອ້ລົມສົນທະນາກ່ຽວກັບການຍົກສູງກຳລັງຄວາມສາມາດດີຈີຕອນໃຫ້ແກ່ຊາວໜຸ່ມ

ເຫດການຈັດຂຶ້ນໃນຂອບເຂດເວທີປາໄສສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9 ໂດຍສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າພາບຈັດຂຶ້ນຢູ່ ຮ່າໂນ້ຍ. ການໂອ້ລົມສົນທະນາມີການເຂົ້າຮ່ວມຂອງທ່ານ Duarte Pacheco, ປະທານສະຫະພັນລັດຖະສະພາໂລກ; ທ່ານ Martin Chungong, ເລຂາທິການ ສະຫະພັນລັດຖະສະພາໂລກ; ຜູ້ແທນສາກົນ 120 ທ່ານ ແລະ ຜູ້ແທນ ຫວຽດນາມ ກ່ວາ 300 ທ່ານ.
ການໂອ້ລົມສົນທະນາຈັດຂຶ້ນໃນວັນທີ 14 ກັນຍາ

ວັນທີ 14 ກັນຍາ, ຢູ່ຫ້ອງວ່າການສະພາແຫ່ງຊາດ, ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ໄດ້ຈັດການໂອ້ລົມສົນທະນາ “ເພີ່ມທະວີກຳລັງຄວາມສາມາດດີຈີຕອນໃຫ້ແກ່ຊາວໜຸ່ມ”. ເຫດການຈັດຂຶ້ນໃນຂອບເຂດເວທີປາໄສສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9 ໂດຍສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າພາບຈັດຂຶ້ນຢູ່ ຮ່າໂນ້ຍ. ການໂອ້ລົມສົນທະນາມີການເຂົ້າຮ່ວມຂອງທ່ານ Duarte Pacheco, ປະທານສະຫະພັນລັດຖະສະພາໂລກ; ທ່ານ Martin Chungong, ເລຂາທິການ ສະຫະພັນລັດຖະສະພາໂລກ; ຜູ້ແທນສາກົນ 120 ທ່ານ ແລະ ຜູ້ແທນ ຫວຽດນາມ ກ່ວາ 300 ທ່ານ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ບຸ່ຍກວາງຮຸຍ - ເລຂາຜູ້ທີ 1 ສູນກາງຊາວໜຸ່ມ ກອມມູນິດ ໂຮ່ຈີມິນ, ຫົວໜ້າຄະນະກຳມະການ ແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ, ເນັ້ນໜັກວ່າ:

“ການຫັນປ່ຽນດີຈີຕອນແມ່ນສິ່ງທ້າທາຍ, ແຕ່ຍິ່ງກ່ວາສິ່ງໃດໝົດ, ມັນແມ່ນໂອກາດເພື່ອໃຫ້ຊາວໜຸ່ມໄປໄວກ່ວາ, ບຸກທະລຸ, ສ້າງບັນດາຄຸນຄ່າໃໝ່; ປະກອບສ່ວນເຂົ້າໃນຄວາມວັດທະນາຖາວອນຂອງປະເທດຊາດໃນອະນາຄົດບໍ່ໄກ”.

ເມື່ອເນັ້ນໜັກບົດບາດຂອງການສຶກສາ ແລະ ບຳລຸງສ້າງ ໃນການຍົກສູງກຳລັງຄວາມສາມາດຂອງດີຈີຕອນໃນໄລຍະຫັນປ່ຽນດີຈີຕອນ ແລະ ນະວັດຕະກຳໃນປະຈຸບັນ, ໃນບົດຄຳເຫັນຂອງຕົນ, ທ່ານ ປອ ເຈືອງແທັງຕຸ່ງ, ມະຫາວິທະຍາໄລ Phenika, ຖືວ່າ:

“ຄວນໝູນໃຊ້ເຕັກໂນໂລຊີຄຸ້ມຄອງການບຳລຸງສ້າງຈາກຂັ້ນມັດທະຍົມຕອນປາຍ, ຫຼື ເວົ້າແບບອື່ນແມ່ນໝູນໃຊ້ການຫັນເປັນດີຈີຕອນໃນການສິດສອນຢູ່ຂັ້ນມັດທະຍົມຕອນປາຍຢ່າງຄົບຊຸດຢູ່ບັນດາປະເທດ້ອຍພັດທະນາ ແລະ ພວມພັດທະນາ. ພວກເຮົາຄວນຮຽບຮຽງຫຼັກສູດການເຄື່ອນໄຫວລວມເປັນເອກະພາບໃຫ້ບັນດາຊຸດຮຽນ, ຊ່ວຍປະກອບຄວາມຮູ້ທັກສະ ແລະ ຮັບປະກັນຄວາມປອດໄພໃນເຄືອຂ່າຍອິນເຕີເນັດໃຫ້ແກ່ກຸ່ມນັກຮຽນ, ນັກສຶກສາໃນບາງຂົງເຂດ.  ເລື່ອງໝູນໃຊ້ການຫັນເປັນດີຈີຕອນໃນການຕີລາຄາໝາກຜົນການຮ່ຳຮຽນ, ຄົ້ນຄ້ວາຈະຊ່ວຍໃຫ້ວິວັດການຄົ້ນຄ້ວາ ຫລຸດຜ່ອນຄວາມສ່ຽງ ແລະ ເພີ່ມຄວາມສາມາດບັນລຸຜົນສຳເລັດ”.

(ແຫຼ່ງຄັດຈາກ VOV)

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ ສະ​ຖາ​ບັນ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ກ່ຽວ​ກັບ​ຄຸນ​ນະ​ພາບ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານບັນ​ດາ​ຍຸດ​ທະ​ສາດ ແລະ ພະ​ນັກ​ງານ​ຂັ້​ນ​ສູງ​ຂອງ​ພັກ, ລັດ, ກຳ​ລັງ​ປະ​ກອບ​ອາ​ວຸດ​ຕິດ​ພັນ​ກັບ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍ​ສາດ.

Top