• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເສັງ ແລະ ງານວາງສະແດງພາບແຕ້ມກຣາຟິກບັນດາປະເທດ ອາຊຽນ ຄັ້ງທີ 3 - ຫວຽດນາມ 2020

ຕອນບ່າຍວັນທີ 06 ພະຈິກ, ທີ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳບັນດາປະເທດ ອາຊຽນ, ສະຖານທູດບັນດາປະເທດ ອາຊຽນ ປະຈຳ ຫວຽດນາມ ຈັດຕັ້ງ ການເສັງ ແລະ ງານວາງສະແດງພາບແຕ້ມກຣາຟິກບັນດາປະເທດ ອາຊຽນ ຄັ້ງທີ 3 - ຫວຽດນາມ 2020. 

 ງານວາງສະແດງພາບແຕ້ມກຣາຟິກບັນດາປະເທດ ອາຊຽນ

ການເສັງ ແລະ ງານວາງສະແດງແມ່ນການເຄື່ອນໄຫວສິລະປະ ແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ລັກສະນະສາມັກຄີໃນກຸ່ມ ອາຊຽນ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ຈິດຕະກອນ ຫວຽດນາມ ແລະ ຈິດຕະກອນບັນດາປະເທດ ອາຊຽນ ໄດ້ພົວພັນແລກປ່ຽນ, ແນະນຳບັນດາຜົນງານໃໝ່ໃນການປະດິດສິລະປະ, ກຣາຟິກຢູ່ພາກພື້ນ. ດ້ວຍຈຳນວນພາບແຕ້ມກຣາຟິກ 345 ແຜ່ນ ຂອງຈິດຕະກອນ 182 ຄົນທີ່ມາຈາກ 10 ປະເທດສະມາຊິກ ອາຊຽນ ຈົດທະບຽນເຂົ້າຮ່ວມ. ສະພາສິລະປະລວມມີນັກວິຊາການດ້ານສິລະປະ, ກຣາຟິກຂອງ ຫວຽດນາມ, ໄທ, ຍີ່ປຸ່ນ ໄດ້ເລືອກເອົາພາບແຕ້ມກຣາຟິກ 117 ແຜ່ນຂອງຈິດຕະກອນ 84 ຄົນ ເພື່ອວາງສະແດງ, ແນະນຳຢູ່ງານວາງສະແດງດັ່ງກ່າວ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top