• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເດີນທາງ “ດ້ຽນບຽນຝູ - ຄວາມຄາດຫວັງຂອງປະເທດຊາດ”

ໃນຂອບເຂດລາຍການ, ວັນທີ 26 ເມສາ, ຢູ່ແຂວງ ດ້ຽນບຽນຝູ, ຄະນະຈັດຕັ້ງໄດ້ມອບລາງວັນການເສັງຊອກຮູ້ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ; ປຸກລະດົມການເສັງຊອກຮູ້ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ; ງານມະໂຫລານນັກຮົບ ດ້ຽນບຽນໄວເດັກ.
ການປະຊຸມຖະແຫຼງຂ່າວຈັດຂຶ້ນໃນວັນທີ 22 ເມສາ (ພາບ:TTXVN)

ການເດີນທາງ “ດ້ຽນບຽນຝູ - ຄວາມຄາດຫວັງຂອງປະເທດຊາດ” ໂດຍສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຈັດຕັ້ງ, ຈະດຳເນີນໃນລະຫວ່າງວັນທີ 24  27 ເມສາ, ດ້ວຍບັນດາການເຄື່ອນໄຫວຢ້ຽມຢາມ, ມອບຂອງຂວັນ, ຕອບບຸນແທນຄຸນບັນດາຄອບຄົວອະດິດນັກຮົບ ດ້ຽນບຽນ, ຄອບຄົວຜູ້ມີຄຸນງາມຄວາມດີ, ແມ່ ຫວຽດນາມ ວິລະຊົນ, ຖະຫວາຍທູບທຽນ ອາໄລຫາ ນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ. ນີ້ແມ່ນຂໍ້ມູນໄດ້ຍົກອອກມາໃນການປະຊຸມຖະແຫຼງຂ່າວໂດຍສູນກາງຄະນະຊາວໜຸ່ມ ຈັດຂຶ້ນໃນຕອນເຊົ້າວັນທີ 22 ເມສາ, ຢູ່ຮ່າໂນ້ຍ.

ໃນຂອບເຂດລາຍການ, ວັນທີ 26 ເມສາ, ຢູ່ແຂວງ ດ້ຽນບຽນຝູ, ຄະນະຈັດຕັ້ງໄດ້ມອບລາງວັນການເສັງຊອກຮູ້ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ; ປຸກລະດົມການເສັງຊອກຮູ້ 80  ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ; ງານມະໂຫລານນັກຮົບ ດ້ຽນບຽນໄວເດັກ. ເນື່ອງໃນໂອກາດນີ້, ຄະນະປະຕິບັດງານໄດ້ມອບຫຼາຍກິດຈະກຳມີຄວາມໝາຍໃຫ້ແຂວງ ດ້ຽນບຽນ ແລະ ບັນດາແຂວງເຂດພູສູງທາງທິດຕາເວັນຕົກພາກເໜືອ, ດ້ວຍມູນຄ່າລວມທັງໝົດກ່ວາ 7,6 ຕື້ດົ່ງ (ເກືອບ 300.000 ໂດລາສະຫະລັດ). ອ້າຍ ຫງວຽນທ໋າຍອານ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ໃຫ້ຮູ້ວ່າ:

“ບັນດາສະຖານທີ່ມາຢາມ ແລະ ຈັດການເຄື່ອນໄຫວໜູນຊ່ວຍສັງຄົມລ້ວນແຕ່ແມ່ນບັນດາສະຖານທີ່ຕິດພັນກັບຂີດໝາຍປະຫວັດສາດຂອງປະເທດຊາດ. ຈາກບັນດາການເຄື່ອນໄຫວນັ້ນ ເພື່ອແນໃສ່ເພີ່ມທະວີວຽກງານການສຶກສາອົບຮົມມູນເຊື້ອໃຫ້ບັນດາສະມາຊິກຊາວໜຸ່ມ, ໄວໜຸ່ມ. ພິເສດ, ສຳລັບການເດີນທາງນີ້, ບັນດາສະມາຊິກຊາວໜຸ່ມ, ໄວໜຸ່ມ, ພວກນ້ອງເຍົາວະຊົນ, ອະນຸຊົນ ໄດ້ຢ້ຽມຢາມບັນດາສະຖານທີ່ປະຫວັດສາດ, ບັນດາປູຊະນີຍະສະຖານປະຕິວັດ, ການຄົ້ນຫາຕົວຈິງຈະນຳມາຄວາມປະທັບໃຈຫຼາຍຢ່າງໃຫ້ແກ່ທຸກໆຄົນ”.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top