• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວອວຍພອນວັນບຸນ ຄຼິດສະມາດ ຢູ່ທ້ອງຖິ່ນຕ່າງໆ

      ທ່ານນາງ ເຈືອງທິມາຍ ໄດ້ສົ່ງຄຳອວຍພອນມາຍັງຜູ້ມີຍົກສັກຕຳແໜ່ງ, ພໍ່ແມ່ຊາວຄຼິດ ວັນບຸນຄຼິດສະມາດ ປີ 2020 ຈົ່ງມີແດ່ສຸຂະພາບເຂັ້ມແຂງ ແລະ ສັນຕິສຸກ

ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນ ສູນກາງພັກກອມມູນິດ ຫວຽດນາມ ໄດ້ໄປຢ້ຽມຢາມ, ອວຍພອນສຳນັກສັງຄະລາດ, ເຂດຊາວຄຼິດນະຄອນ ໂຮ່ຈີມິນ (ພາບ:TTXVN)
      ເນື່ອງໃນໂອກາດວັນບຸນ ຄຼິດສະມາດ ປີ 2020 ແລະ ປີໃໝ່ສາກົນ 2021, ຕອນເຊົ້າວັນທີ 23 ທັນວາ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນ ສູນກາງພັກກອມມູນິດ ຫວຽດນາມ ໄດ້ໄປຢ້ຽມຢາມ, ອວຍພອນສຳນັກສັງຄະລາດ, ເຂດຊາວຄຼິດນະຄອນ ໂຮ່ຈີມິນ. ທ່ານນາງ ເຈືອງທິມາຍ ໄດ້ສົ່ງຄຳອວຍພອນມາຍັງຜູ້ມີຍົກສັກຕຳແໜ່ງ, ພໍ່ແມ່ຊາວຄຼິດ ວັນບຸນຄຼິດສະມາດ ປີ 2020 ຈົ່ງມີແດ່ສຸຂະພາບເຂັ້ມແຂງ ແລະ ສັນຕິສຸກ; ພ້ອມທັງສະແດງຄວາມຂອບອົກຂອບໃຈຕໍ່ຄວາມສາມັກຄີ, ການປະກອບສ່ວນຢ່າງຕັ້ງໜ້າຂອງພໍ່ແມ່ຊາວພີ່ນ້ອງຜູ້ຖືສາສະໜາກາໂຕລິກ, ຜູ້ຖືສາສະໜາໂປຼແຕັດຕັງ ເຂົ້າໃນຜົນງານລວມຂອງປະເທດຊາດໃນປີຜ່ານມາ.
        ໃນຕອນເຊົ້າຂອງວັນດຽວກັນ, ການນຳນະຄອນ ເກີ່ນເທີ ພ້ອມດ້ວຍຜູ້ຕາງໜ້າບັນດາພະແນກ, ຂະແໜງການຂອງນະຄອນ ແລະ ເມືອງ ນິງກ່ຽວ ກໍໄດ້ໄປຢ້ຽມຢາມ, ອວຍພອນວັນບຸນຄຼິດສະມາດປີ 2020 ຢູ່ບັນດາສະຖານທີ່ເຄື່ອນໄຫວຂອງສາສະໜາກາໂຕລິກ ແລະ ໂປຼແຕັດຕັງ ໃນບໍລິເວນເມືອງ ນິງກ່ຽວ, ນະຄອນ ເກີ່ນເທີ ເຊັ່ນດຽວກັນ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top