ຕາມນັ້ນແລ້ວ, ຕອນເຊົ້າວັນທີ 30 ເມສາ, ນະຄອນ ໂຮ່ຈີມິນ ຈະຈັດຕັ້ງພິທີສະເຫຼີມສະຫຼອງ 45 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ (30/4/1975 - 30/4/2020). ພິທີສະເຫຼີມສະຫຼອງໄດ້ຈັດຕັ້ງຢູ່ບັນດາບ່ອນຖ່າຍທອດສົດ ແລະ ທາງອອນລາຍຢູ່ສະໂມສອນ ໂທ້ງເຍິດ. ຄະນະຈັດຕັ້ງບັນດາວັນບຸນໃຫຍ່ຂອງນະຄອນ ໂຮ່ຈີມິນ ຈະຈັດຕັ້ງການວາງສະແດງສະເຫຼີມສະຫຼອງ 45 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ ແລະ 134 ປີແຫ່ງວັນກຳມະກອນສາກົນ ຢູ່ຖະໜົນຄົນຍ່າງ ຫງວຽນເຮ້ວ, ຖະໜົນ ໂດ່ງເຂີຍ, ເມືອງ 1 ໃນລະຫວ່າງວັນທີ 27 ເມສາ ເຖິງ ວັນທີ 10 ພຶດສະພາ.
ເພື່ອຮັບປະກັນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ປີນີ້, ຄະນະຈັດຕັ້ງບັນດາວັນບຸນໃຫຍ່ຂອງນະຄອນບໍ່ຈັດຕັ້ງບັນດາລາຍການສະແດງວັດທະນາທຳສິລະປະ, ປ່ຽນແທນນັ້ນແມ່ນສຸມໃສ່ປະຕິບັດລາຍສະແດງຄວາມຮູ້ບຸນຄຸນໃຫ້ເປັນຢ່າງດີ, ສະແດງຄວາມນັບຖືຢ່າງສູງໃນການເບິ່ງແຍງດຸແລແມ່ ຫວຽດນາມ ວິລະຊົນ, ສ້ອມແປງເຮືອນແຫ່ງສາຍຈິດມິດໃຈ, ອະນຸສາວະລີນັກຮົບເສຍສະຫຼະຊີວິດ, ເຂດອານຸສອນສະຖານການປະຕິວັດ.
(ແຫຼ່ງຄັດຈາກ VOV)