ຂ່າວສານ

ການເຄື່ອນໄຫວສະເຫຼີມສະຫຼອງ 45 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ໂຮມປະເທດຊາດເປັນເອກະພາບ

      ສະເຫຼີມສະຫຼອງ 45 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ໂຮມປະເທດຊາດເປັນເອກະພາບ (30/4/1975 - 30/4/2020) ແລະ 134 ປີແຫ່ງວັນກຳມະກອນ ສາກົນ (1/5/1886 - 1/5/2020), ນະຄອນ ໂຮ່ຈີມິນ ຈະຈັດຕັ້ງການເຄື່ອນໄຫວຫລາຍຢ່າງທີ່ມີຄວາມໝາຍ, ແທດຈິງດ້ວຍຈຸດປະສົງແມ່ນຢາກໂຄສະນາສຶກສາ, ຫວນຄືນຄວາມຮັກຊາດທີ່ເປັນມູນເຊື້ອ, ຍົກສູງຄວາມຮັບຮູ້ໃນພະນັກງານ ແລະ ປະຊາຊົນທຸກຊັ້ນວັນນະດ້ວຍຄວາມໝາຍປະຫວັດຂອງໄຊຊະນະ 30/4 ແລະ ແຫ່ງວັນກຳມະກອນສາກົນ 1/5.

ທຳນຽບເອກະລາດ (ພາບ: dantri.com.vn ) 
      ຕາມນັ້ນແລ້ວ, ຕອນເຊົ້າວັນທີ 30 ເມສາ, ນະຄອນ ໂຮ່ຈີມິນ ຈະຈັດຕັ້ງພິທີສະເຫຼີມສະຫຼອງ 45 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ (30/4/1975 - 30/4/2020). ພິທີສະເຫຼີມສະຫຼອງໄດ້ຈັດຕັ້ງຢູ່ບັນດາບ່ອນຖ່າຍທອດສົດ ແລະ ທາງອອນລາຍຢູ່ສະໂມສອນ ໂທ້ງເຍິດ. ຄະນະຈັດຕັ້ງບັນດາວັນບຸນໃຫຍ່ຂອງນະຄອນ ໂຮ່ຈີມິນ ຈະຈັດຕັ້ງການວາງສະແດງສະເຫຼີມສະຫຼອງ 45 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ ແລະ 134 ປີແຫ່ງວັນກຳມະກອນສາກົນ ຢູ່ຖະໜົນຄົນຍ່າງ ຫງວຽນເຮ້ວ, ຖະໜົນ ໂດ່ງເຂີຍ, ເມືອງ 1 ໃນລະຫວ່າງວັນທີ 27 ເມສາ ເຖິງ ວັນທີ 10 ພຶດສະພາ.
            ເພື່ອຮັບປະກັນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ປີນີ້, ຄະນະຈັດຕັ້ງບັນດາວັນບຸນໃຫຍ່ຂອງນະຄອນບໍ່ຈັດຕັ້ງບັນດາລາຍການສະແດງວັດທະນາທຳສິລະປະ, ປ່ຽນແທນນັ້ນແມ່ນສຸມໃສ່ປະຕິບັດລາຍສະແດງຄວາມຮູ້ບຸນຄຸນໃຫ້ເປັນຢ່າງດີ, ສະແດງຄວາມນັບຖືຢ່າງສູງໃນການເບິ່ງແຍງດຸແລແມ່ ຫວຽດນາມ ວິລະຊົນ, ສ້ອມແປງເຮືອນແຫ່ງສາຍຈິດມິດໃຈ, ອະນຸສາວະລີນັກຮົບເສຍສະຫຼະຊີວິດ, ເຂດອານຸສອນສະຖານການປະຕິວັດ.
 (ແຫຼ່ງຄັດຈາກ VOV)

top