• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວສະເຫລີມສະຫລອງ 73 ປີແຫ່ງວັນທະຫານເສຍອົງຄະ ນັກຮົບເສຍສະຫລະຊີວິດເພື່ອຊາດ

ພິທີແມ່ນໂອກາດເພື່ອໃຫ້ປະຊາຄົມຊາວຫວຽດນາມ ຢູ່ ລາວ ແລະ ປະຊາຊົນ ລາວ ອາໄລຫາ, ເຊີດຊູ ແລະ ສະແດງຄວາມຮູ້ບຸນຄຸນບັນດານັກຮົບວິລະຊົນ ຫວຽດນາມ ແລະ ລາວ ທີ່ໄດ້ເສຍສະຫລະຊີວິດເພື່ອຊາດ.

 ທ່ານນາງ ຈີ້ງທິເຕີມ ອັກຄະລັດຖະທູດ  ພ້ອມດ້ວຍຄະນະຖະຫວາຍທູບທຽນ

ວັນທີ 26 ກໍລະກົດ ເນື່ອງໃນໂອກາດສະເຫລີມສະຫລອງ 73 ປີແຫ່ງວັນທະຫານເສຍອົງຄະ ນັກຮົບເສຍສະຫລະຊີວິດເພື່ອຊາດ, ສະຖານທູດຫວຽດນາມ ປະຈຳ ສປປ ລາວ ແລະ ສະຫະສະມາຄົມນັກຮົບເກົ່າແຫ່ງຊາດ ລາວ ໄດ້ຈັດຕັ້ງພິທີຖະຫວາຍທູບທຽນອາໄລຫາບັນດານັກຮົບເສຍສະຫລະຊີວິດເພື່ອຊາດ ຢູ່ ເຂດປູຊະນີຍະສະຖານ ບ້ານ ເກີນ, ເມືອງ ທຸລະຄົມ  ແຂວງວຽງຈັນ. ເຂົ້າຮ່ວມມີພະນັກງານ, ລັດຖະກອນ, ຜູ້ຕາງຫນ້າສະຖານທູດ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ, ຜູ້ຕາງຫນ້າອຳນາດການປົກຄອງແຂວງ ວຽງຈັນ… ເຂົ້າຮ່ວມຢ່າງພ້ອມພຽງ.

ກ່າວຄຳເຫັນທີ່ພິທີ, ທ່ານນາງ ຈີ້ງທິເຕີມ ອັກຄະລັດຖະທູດ ເນັ້ນຫນັກວ່າ: ພິທີແມ່ນໂອກາດເພື່ອໃຫ້ປະຊາຄົມຊາວຫວຽດນາມ ຢູ່ ລາວ ແລະ ປະຊາຊົນ ລາວ ອາໄລຫາ, ເຊີດຊູ ແລະ ສະແດງຄວາມຮູ້ບຸນຄຸນບັນດານັກຮົບວິລະຊົນ ຫວຽດນາມ ແລະ ລາວ ທີ່ໄດ້ເສຍສະຫລະຊີວິດເພື່ອຊາດ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ປະຊາຊົນສອງປະເທດ ທົບທວນຄືນມູນເຊື້ອສາມັກຄີໃນການຕໍ່ສູ້ກູ້ຊາດ, ຮຽງບ່າຮຽງໄຫລ່ຕ້ານສັດຕູໂຕດຽວ, ຍາດເອົາເອກະລາດ,  ທ້ອນໂຮມປະເທດຊາດເປັນເອກະພາບໃນໄລຍະກ່ອນນີ້ ແລະ ພ້ອມກັນສ້າງສາປະເທດຊາດ ປະຈຸບັນ.

 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top