• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຢູ່ໝູ່ເກາະເຈື່ອງຊາຂອງຫວຽດນາມ ໂດຍບໍ່ໄດ້ຮັບການອະນຸຍາດຈາກຫວຽດນາມ ລ້ວນແລ້ວແຕ່ແມ່ນສິ່ງທີ່ບໍ່ມີຄຸນຄ່າ

ວັນທີ 27 ສິງຫາ, ເມື່ອຕອບຄຳຖາມຂອງນັກຂ່າວ ກ່ຽວກັບເລື່ອງ ຫວ່າງແລ້ວນີ້ ຟິລີບປີນ ຕັ້ງຊື່ໃຫ້ ຫາດຊາຍ 4 ແຫ່ງ ແລະ ດອນຫີນປາກະລັງ 2 ແຫ່ງ ອ້ອມແອ້ມ ເກາະ ທິຕື ຂຶ້ນກັບ ໝູ່ເກາະຮ່ວາງຊາ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມຊີ້ແຈ້ງວ່າ:


ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ

ພາບ:TTXVN


“ບໍ່ວ່າການເຄື່ອນໄຫວໃດຢູ່ເຂດໝູ່ເກາະເຈື່ອງຊາ ຂອງຫວຽດນາມ ໂດຍບໍ່ໄດ້ຮັບການອະນຸຍາດຈາກ ຫວຽດນາມ ລ້ວນແລ້ວແຕ່ເປັນສິ່ງບໍ່ມີຄຸນຄ່າຢ່າງເດັດຂາດ.ທັດສະນະສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ນັ້ນແມ່ນ ທຸກການເຄື່ອນໄຫວຂອງບັນດາຝ່າຍຢູ່ທະເລຕາເວັນອອກ ຕ້ອງປະຕິບັດຕາມກົດໝາຍສາກົນ, ເຄົາລົບອະທິປະໄຕ, ອຳນາດອະທິປະໄຕ, ອຳນາດສານຂອງບັນດາປະເທດໄດ້ຮັບການກຳນົດເໝາະສົມກັບສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ສອດຄ່ອງກັບເນື້ອໃນຈິດໃຈຂອງຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ,ສະຖຽນລະພາບ, ຄວາມໝັ້ນຄົງຢູ່ ທະເລຕາເວັນອອກ.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ແລະ ພັນ​ລະ​ຍາ ​ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ແລະ ພັນ​ລະ​ຍາ ​ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິບັດລາວ, ປະທານປະເທດແຫ່ງ ສປປ. ລາວ ພ້ອມດ້ວຍພັນລະຍາ ຈະເດີນທາງມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ລະຫວ່າງວັນທີ 26 - 27 ມັງກອນ.

Top